ວັນທີ 23 ກັນຍາ, ໃນບົດກ່າວປາໄສທໍາອິດຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ນັບແຕ່ເມື່ອກັບຄືນມາທຳນຽບຂາວໃນເດືອນມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກຫຼາຍຖະແຫຼງການແຂງກະດ້າງກ່ຽວກັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ນະໂຍບາຍອົບພະຍົບ ແລະ ການປະທະກັນຢູ່ຕາເວັນອອກກາງ, ພ້ອມດຽວກັນນັ້ນ ກໍ່ຄັດຄ້ານບັນດາຄວາມມານະພະຍາຍາມຮັບຮອງລັດ ປາແລັດສະຕິນ.

leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ໃນວັນທີ 23 ກັນຍາ. ພາບ: REUTERS

ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ພ້ອມແລ້ວທີ່ຈະໝູນໃຊ້ “ມາດຕະການພາສີອາກອນຢ່າງແຮງ” ແນໃສ່ບັງຄັບໃຫ້ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖອຍອອກຈາກການປະທະກັນທີ່ແກ່ຍາວໃນສາມປີເຄິ່ງທີ່ຜ່ານມາກັບ ຢູແກຼນ. ເຖິງຢ່າງໃດກໍຕາມ, ທ່ານ ກໍເນັ້ນໜັກວ່າ ບັນດາມາດຕະການນີ້ ຈະມີປະສິດທິຜົນ ຖ້າບັນດາສຳພັນທະມິດເອີຣົບ ໝູນໃຊ້ພ້ອມກັບບັນດາມາດຕະການ ເຊິ່ງ ທ່ານ ສະເໜີ.

ແຫຼ່ງຄັດຈາກ vovworld.vn