leftcenterrightdel
ທ່ານ Vladimir Putin ປະທານາທິບໍດີລັດເຊຍ. ພາບ: ANI/ສໍານັກຂ່າວສານຫວຽດນາມ

ທ່ານ Vladimir Putin ເນັ້ນໜັກວ່າ ການປະມໍລະດົກທັງໝົດຂອງ New START ຈະແມ່ນບາດກ້າວເດີນທີ່ຜິດພາດ, ສົ່ງຜົນກະທົບທີ່ບໍ່ດີຕໍ່ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.

ຕາມການນຳລັດເຊຍ ແລ້ວ, ຂໍ້ລິເລີ່ມດັ່ງກ່າວອາດຈະສ້າງເງື່ອນໄຂຊຸກຍູ້ການເຈລະຈາຍຸດທະສາດກັບອາເມລິກາ ແນໃສ່ມຸ່ງໄປເຖິງຂໍ້ຕົກລົງປ່ຽນແທນ, ພ້ອມທັງປະກອບສ່ວນຮັກສາຄວາມດຸ່ນດ່ຽງນາບຂູ່ທົ່ວໂລກ. ເຖິງຢ່າງໃດກໍຕາມ, ທ່ານ ກໍຮຽກຮ້ອງໃຫ້ບັນດາອົງການເຈົ້າໜ້າທີ່ຕິດຕາມກວດກາການເຄື່ອນໄຫວລູກສອນໄຟຍຸດທະສາດຂອງອາເມລິກາ ຢ່າງແໜ້ນແຟ້ນ ແລະພິເສດແມ່ນເອົາໃຈໃສ່ເຖິງບັນດາແຜນການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟໃນຈັກກະວານ. ທ່ານ Vladimir Putin ປະທານາທິບໍດີລັດເຊຍ ມີຄວາມເຊື່ອໝັ້ນຕໍ່ລະດັບຄວາມໄວ້ວາງໃຈຂອງບັນດາກຳລັງນາບຂູ່, ບໍ່ຊອກຫາວິທີຊຸກຍູ້ການຊ່ວງເສັງອາວຸດ ແລະໃຫ້ບຸລິມະສິດຕໍ່ມາດຕະການທາງການເມືອງ, ການທູດເພື່ອຮັບປະກັນສັນຕິພາບສາກົນ; ພ້ອມທັງຢັ້ງຢືນວ່າ ລັດເຊຍ ມີຄວາມສາມາດຢ່າງພຽງພໍເພື່ອຮັບມືກັບທຸກໄພນາບຂູ່ທີ່ພວມມີ ແລະຫາກໍ່ເກີດຂຶ້ນ.

ແຫຼ່ງຄັດຈາກ: vovworld.vn