ຄະນະກຳມະການເອີຣົບ ປະຕິເສດບັນດາຄຳຮ້ຽກຮ້ອງໂຈະກົດໝາຍປັນຍາປະດິດໄວ້ຊົ່ວຄາວ
ວັນທີ 22 ກັນຍາ, ຄະນະກຳມະການເອີຣົບ ໄດ້ແຈ້ງໃຫ້ຊາບວ່າ ຈະບໍ່ພິຈາລະນາການໂຈະໄລຍະປະຕິບັດຂອງກົດໝາຍວ່າດ້ວຍປັນຍາປະດິດ (AI), ໂດຍບໍ່ຫົວຊາຕໍ່ກະແສຮຽກຮ້ອງທີ່ນັບມື້ນັບເພີ່ມຂຶ້ນຫວ່າງມໍ່ໆມານີ້ກ່ຽວກັບວຽກງານນີ້.
    |
 |
ພາບປະກອບ: REUTERS/Dado Ruvic |
ໃນວາລະອະພິປາຍຢູ່ລັດຖະສະພາ, ທ່ານ Yvo Volman ຫົວໜ້າຝ່າຍຮັບຜິດຊອບຂໍ້ມູນຂ່າວສານຢູ່ຄະນະກຳມະການເອີຣົບ, ໃຫ້ຮູ້ວ່າ: “ຈະບໍ່ມີຄຳສັ່ງລວມໂຈະການປະຕິບັດກົດໝາຍ AI ໄວ້ຊົ່ວຄາວ. ສິ່ງດັ່ງກ່າວບໍ່ຢູ່ໃນໂຕະເຈລະຈາ. ພວກຂ້າພະເຈົ້າ ພວມສຸມໃສ່ເລື່ອງເຮັດໃຫ້ບັນດາຫຼັກການເຂົ້າເຄື່ອນໄຫວໃນຕົວຈິງ”.
ອາທິດກ່ອນ, ທ່ານ Mario Draghi ນາຍົກລັດຖະມົນຕີອີຕາລີ ຖະແຫຼງວ່າ ຄະນະກຳມະການເອີຣົບ ຄວນພິຈາລະນາເລື່ອງໂຈະກົດໝາຍວ່າດ້ວຍ AI ໄວ້ຊົ່ວຄາວຍ້ອນບັນດາຄວາມສ່ຽງທີ່ຍັງບໍ່ທັນກຳນົດໄດ້ເທື່ອ.
ໃນການກະທຳໜຶ່ງທີ່ກ່ຽວຂ້ອງ, ທ່ານ Yvo Volman ໃຫ້ຮູ້ວ່າ ຄາດວ່າ ໂຄງການຫັນເຕັກນິກດີຈີຕອນເປັນງ່າຍດາຍຂອງຄະນະກຳມະການ ຈະໄດ້ເປີດຕົວໃນເດືອນທັນວາ ນັ້ນ ກໍຈະບໍ່ລວມມີການປັບປຸງກົດໝາຍວ່າດ້ວຍ AI.
ແຫຼ່ງຄັດຈາກ: vovworld.vn