leftcenterrightdel
ບັນຍາກາດຂອງວາລະປະຊຸມໜຶ່ງຂອງສະພາແຫ່ງຊາດ ຊີຣີ ຢູ່ນະຄອນຫຼວງ Damascus. ພາບ: SANA/ສໍານັກຂ່າວສານຫວຽດນາມ

ທ້າຍເດືອນ ສິງຫາ ຜ່ານມາ, ລັດຖະບານຊີຣີ ປະກາດວ່າ ເລື່ອງເລືອກຕັ້ງຢູ່ແຂວງ Sweida ຈະຖືກໂຈະໄວ້, ເຊິ່ງເປັນບ່ອນທີ່ເກີດບັນດາການປະທະກັນຍ້ອນມີຂໍ້ຂັດແຍ້ງກັນດ້ານເຊື້ອຊາດຜິວພັນໃນເດືອນ ກໍລະກົດ, ຢູ່ບັນດາແຂວງ Raqqa ແລະ Hasakah ກໍເຊັ່ນດຽວກັນ ຍ້ອນສະພາບການຄວາມສະຫງົບປອດໄພ ແລະການເມືອງ.  ສະພາແຫ່ງຊາດຊົ່ວຄາວມີອາຍຸການ 30 ເດືອນ ແລະສາມາດຕໍ່ກຳນົດເວລາ. ອົງການນີ້ຈະປະຕິບັດບົດບາດຂອງຕົນຈົນຮອດເມື່ອລັດຖະທຳມະນູນສະບັບສົມບູນໄດ້ຮັບການຮັບຮອງເອົາ ແລະການເລືອກຕັ້ງໃໝ່ຖືກຈັດຂຶ້ນ.

ແຫຼ່ງຄັດຈາກ: vovworld.vn