ມີຕື່ມອີກຫຼາຍປະເທດຮັບຮອງເອົາລັດ ປາແລັດສະຕິນ ຢ່າງເປັນທາງການ
ວັນທີ 21 ກັນຍາ, ພຽງແຕ່ໜຶ່ງວັນກ່ອນ ຈັດກອງປະຊຸມສາກົນ ກ່ຽວກັບມາດຕະການສອງລັດ ໃຫ້ແກ່ ປາແລັດສະຕິນ ແລະ ອິດສະລາແອັນ ຄາດວ່າຈະດຳເນີນຢູ່ນະຄອນ ນິວຢອກ (ອາເມລິກາ), ມີບັນດາປະເທດ ຄື: ອັງກິດ, ການາດາ ແລະ ອົດສະຕາລີ ໄດ້ປະກາດຮັບຮອງເອົາ ລັດ ປາແລັດສະຕິນ, ສ້າງຂີດໝາຍສຳຄັນໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ຢູ່ຕາເວັນອອກກາງ.
ໃນສື່ສັງຄອມອອນໄລ X, ທ່ານນາຍົກລັດຖະມົນຕີອັງກິດ Keir Starmer ຊີ້ແຈ້ງວ່າ ເພື່ອປຸກລຸກຄວາມຫວັງສັນຕິພາບໃຫ້ແກ່ ຊາວປາແລັດສະຕິນ ແລະ ຊາວອິດສະລາແອັນ, ກໍ່ຄືມາດຕະການສອງລັດ, ລາຊະອານາຈັກອັງກິດ ໄດ້ຮັບຮອງເອົາ ລັດປາແລັດສະຕິນ ຢ່າງເປັນທາງການ. ຖະແຫຼງການນີ້ໄດ້ຮັບຖືວ່າແມ່ນ ການປ່ຽນແປງຄັ້ງປະຫວັດສາດ ໃນນະໂຍບາຍການຕ່າງປະເທດຂອງ ອັງກິດ ໃນຫຼາຍທົດສະວັດຜ່ານມາ.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ການາດາ ກໍ່ໄດ້ຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ຢ່າງເປັນທາງການ ແລະ ສະເໜີການຮ່ວມມືໃນການສ້າງຄຳໝັ້ນສັນຍາ ກ່ຽວກັບອະນາຄົດແຫ່ງສັນຕິພາບ ໃຫ້ແກ່ທັງລັດ ປາແລັດສະຕິນ ແລະ ລັດ ອິດສະລາແອັນ. ຖະແຫຼງການໄດ້ເນັ້ນໜັ້ກວ່າ ການຮັບຮອງຂອງ ການາດາ ແມ່ນສອດຄ່ອງກັບບັນດາຫຼັກການຕັດສິນດ້ວຍຕົນເອງ ແລະບັນດາສິດພື້ນຖານຂອງມວນມະນຸດທີ່ໄດ້ຍົກອອກມາໃນກົດບັດ ສປຊ.
ດັ່ງນັ້ນ, ມາຮອດປັດຈຸບັນ ມີກວ່າ 140 ປະເທດຮັບຮອງ ລັດ ປາແລັດສະຕິນ ຢ່າງເປັນທາງການ. ຄາດວ່າ ຈະມີຕື່ມອີກຫຼາຍປະເທດຍົກອອກຄຳຕັດສິນທີ່ຄ້າຍຄືກັນຢູ່ກອງປະຊຸມກ່ຽວກັບມາດຕະການສອງລັດ ທີ່ໄດ້ດຳເນີນ ຢູ່ນິວຢອກ ໃນວັນທີ 22 ກັນຍາ.
ແຫຼ່ງຄັດຈາກ: vovworld.vn