ໃນບົດຂຽນດ້ວຍພາສາ ອາຣັບ ທີ່ໄດ້ເອົາລົງໃນສື່ສັງຄົມ X ໃນວັນທີ 19 ກັນຍາ, ໂຄສົກກອງທັບ ອິດສະຣາແອັນ, ທ່ານພັນເອກ Avichay Adraee ໄດ້ແຈ້ງໃຫ້ຊາບວ່າ ກຳລັງປ້ອງກັນ ອິດສະຣາແອັນ (IDF) ຈະສືບຕໍ່ຜັນຂະຫຍາຍກຳລັງດ້ວຍຂອບຂະໜາດ “ແບບບໍ່ເຄີຍມີມາກ່ອນ” ຕ້ານຄືນຂະບວນການອິດສະຣາມ ຮາມາດສ. ທ່ານ Avichay Adraee ຮຽກຮ້ອງໃຫ້ປະຊາຊົນໃນເຂດຈົ່ງຍົກຮ້າຍໄປຍັງທາງທິດໃຕ້ ຕາມ ແຄມທະເລ Al-Rashid.
ໃນຂະນະນັ້ນ, ວັນທີ 19 ກັນຍາ, ກອງທັບ ອິດສະຣາແອັນ ສືບຕໍ່ປຸກລະດົມບັນດາບັ້ນບຸກໂຈມຕີຢ່າງດຸເດືອດເຂົ້າປະເທດບ້ານໃກ້ເຮືອນຄຽງ ລີບັງ, ແນໃສ່ເປົ້າໝາຍແມ່ນບັນດາປະເທດສະມາຊິກ ຂະບວນການ ເຮັກໂບລາ. ກະຊວງສາທາລະນະສຸກ ລີບັງ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 2 ຄົນເສຍຊີວິດ ແລະຜູ້ຮັບບາດເຈັບ 11 ຄົນ ໃນບັນດາການບຸກໂຈມຕີຂອງທະຫານອາກາດ ອິດສະຣາແອັນ. ກຳລັງປ້ອງກັນຕົວ ອິດສະຣາແອັນ ໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນດຽວກັນ, ທະຫານເຮືອ ອິດສະຣາແອັນ ໄດ້ບຸກໂຈມຕີໃສກໍາປັ່ນລຳໜຶ່ງຂອງ ເຮັກໂບລາ ຢູ່ເຂດທະເລທາງທິດໃຕ້ ລີບັງ, ດ້ວຍຄຳກ່າວຫາວ່າ ເປັນຍານພາຫະນະຂອງ ເຮັກໂບລາ ພວມປະຕິບັດການກະທຳສືບແນມກຳລັງ ອິດສະຣາແອັນ, ລະເມີດຄຳສັ່ງຢຸດຍິງທີ່ພວມມີຜົນສັກສິດຢູ່ ລີບັງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image