ວັນທີ 20 ກັນຍາ, ກອງທັບອາກາດ ຢູແກຼນ ປະກາດພົບເຫັນມີຍານພະຫະນະບຸກໂຈມຕີເກືອບ 620 ເຄື່ອງ, ລວມມີພະຫະນະບໍ່ມີຄົນຂັບ (UAV), ລູກສອນໄຟນຳວິຖີ, ໄດ້ບຸກໂຈມຕີເລັ່ງໃສ່ຫຼາຍເຂດໃນດິນແດນປະເທດນີ້. ກຳລັງປ້ອງກັນອາກາດ ຢູແກຼນ ໄດ້ຍິງຕົກຍານພະຫະນະບຸກໂຈມຕີດັ່ງກ່າວຈຳນວນໜຶ່ງ. ນີ້ແມ່ນໜຶ່ງໃນບັນດາບັ້ນບຸດໂຈມຕີຄັ້ງໃຫຍ່ສຸດໃນຫຼາຍອາທິດຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ ໓ ຄົນ ແລະ ຜູ້ຮັບບາດເຈັບນັບສິບຄົນ. ຕາມທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລ້ວ, ບັນດາບັ້ນບຸກໂຈມຕີໄດ້ຮັບຮູ້ຢູ່ 9 ເຂດ, ໃນນັ້ນມີນະຄອນຫຼວງ Kiev.
ໃນຂະນະນັ້ນ, ກະຊວງປ້ອງກັນປະເທດ ລັດເຊຍ ຖະແຫຼງ ກຳລັງປະເທດນີ້ໄດ້ຍູ້ຖອຍບັນດາບັ້ນບຸກໂຈມຕີຢ່າງດຸເດືອດເຂົ້າ 2 ແຂວງ Volgograd ແລະ Rostov, ພ້ອມທັງຢັ້ງຢືນລະບົບປ້ອງກັນອາກາດໄດ້ “ພົບເຫັນ ແລະຍິງຕົກ” UAV 149 ລຳ. ວົງການເຈົ້າໜ້າທີ່ ລັດເຊຍ ຢັ້ງຢືນມີຜູ້ບາດເຈັບ 1 ຄົນຢູ່ແຂວງ Saratov.
ແຫຼ່ງຄັດຈາກ: vovworld.vn
Type the code from the image