ອີຢູ ສະເໜີ ບ້ວງລົງໂທດທີ 19 ເລັ່ງໃສ່ລັດເຊຍ
ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Lars Klingbeil ຖະແຫຼງວ່າ ປະເທດນີ້ ຢາກຫັນບັນດາແນວຄວາມຄິດທີ່ກ່ຽວຂ້ອງເຖິງການນຳໃຊ້ຊັບສິນຂອງ ລັດເຊຍ ທີ່ຖືກອາຍັດຊັບຢູ່ ອີຢູ ນັ້ນໃຫ້ປະກົດຜົນເປັນຈິງ ອີງຕາມພື້ນຖານການພິຈາລະນາຢ່າງລອບຄອບຖີ່ຖ້ວນ.
ວັນທີ 19 ກັນຍາ, ທ່ານ Paula Pinho ໂຄສົກ ຄະນະກຳມະການເອີຣົບ (EC) ໃຫ້ຮູ້ວ່າ ອົງການນີ້ ໄດ້ຮັບຮອງເອົາບ້ວງລົງໂທດທີ 19 ເລັ່ງໃສ່ ລັດເຊຍ. ເມື່ອກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ບຣຸກແຊນ (ແບນຊິກ), ທ່ານນາງ Pinho ໃຫ້ຮູ້ວ່າ ບ້ວງລົງໂທດໃໝ່ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກບັນດາປະເທດສະມາຊິກສະຫະພາບເອີຣົບ (ອີຢູ).
ກໍໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການເງິນ ເຢຍລະມັນ Lars Klingbeil ຖະແຫຼງວ່າ ປະເທດນີ້ ຢາກຫັນບັນດາແນວຄວາມຄິດທີ່ກ່ຽວຂ້ອງເຖິງການນຳໃຊ້ຊັບສິນຂອງລັດເຊຍ ທີ່ຖືກອາຍັດຊັບຢູ່ ອີຢູ ນັ້ນໃຫ້ປະກົດຜົນເປັນຈິງ ອີງຕາມພື້ນຖານການພິຈາລະນາຢ່າງລອບຄອບຖີ່ຖ້ວນ. ທ່ານ Lars Klingbeil ຊີ້ແຈ້ງວ່າ ລັດຖະບານ ເຢຍລະມັນ ຈະນຳໃຊ້ບັນດາຊັບສິນຂອງລັດເຊຍ ທີ່ຖືກອາຍັດຊັບ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກດ້ານນິຕິກຳ.
ໃນຂະນະນັ້ນ, ວັນທີ 19 ກັນຍາ, ທ່ານລັດຖະມົນຕີກະຊວງເສດຖະກິດ ແອັດສະປາຍ Carlos Cuerpo ໃຫ້ຮູ້ວ່າ ລັດຖະບານປະເທດນີ້ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ EC ເພື່ອແນໃສ່ “ສ້າງຜົນກຳໄລ” ຈາກບັນດາຊັບສິນຂອງລັດເຊຍ ທີ່ຖືກອາຍັບຊັບ ເພື່ອສາມາດໜູນຊ່ວຍໃຫ້ແກ່ ຢູແກຼນ.
ແຫຼ່ງຄັດຈາກ: vovworld.vn