ທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ Ahmad Zahid Hamidi, ພ້ອມທັງເປັນປະທານສະພາ Halal ແຫ່ງຊາດ, ຢັ້ງຢືນເລື່ອງສ້າງຕັ້ງສະພານີ້ ແມ່ນມີຄວາມໝາຍສຳຄັນເພື່ອໃຫ້ ອາຊຽນ ຍົກສູງທີ່ຕັ້ງບົດບາດ, ໂຄສະນາ ແລະ ຈຳໜ່າຍຜະລິດຕະພັນ Halal  ທົ່ວໂລກ. ຕາມທ່ານແລ້ວ, ກຳລັງບົ່ມຊ້ອນຂອງຕະຫຼາດ Halal  ໃນ ອາຊຽນ ດ້ວຍຂອບຂະໜາດປະຊາຊົນກວ່າ 640 ລ້ານຄົນ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງສຸດຂີດ, ກ່ອນທີ່ເປີດກວ້າງອອກສູ່ບັນດາຕະຫຼາດໃຫຍ່ອື່ນໃນໂລກ.

leftcenterrightdel
ພາບປະກອບຈາກ vietnamplus.vn

ທ່ານຮອງນາຍົກລັດຖະມົນຕີ Zahid ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມສະພາ Halal ASEAN, ໂດຍ ມາເລເຊຍ ແລະ ອິນໂດເນເຊຍ ພ້ອມກັນເປັນປະທານ. ສອງຝ່າຍໄດ້ແລກປ່ຽນກັນຢ່າງເລິກເຊິ່ງ ກ່ຽວກັບການພັດທະນາຂະແໜງອຸດສາຫະກຳ Halal, ໃນນັ້ນ ມາເລເຊຍ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ຮັບຮອງເອົາການອອກໃບຢັ້ງຢືນ Jakim ຂອງກະຊວງພັດທະນາອິດສະລາມ ມາເລເຊຍ ແລະຈັດຊຸດບຳລຸງວິຊາສະເພາະ. ນອກຈາກນັ້ນ, ສອງປະເທດເຫັນດີຄົ້ນຄວ້າຄວາມສາມາດສ້າງຕັ້ງເຂດອຸດສາຫະກຳ Halal ຢູ່ ຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn