ວັນທີ 27 ກໍລະກົດ, ສະຫະພາບເອີລົບ (EU) ແລະ ອາເມລິກາ ບັນລຸໄດ້ຂໍ້ຕົກລົງທາງການຄ້າທີ່ມີລັກສະນະບາດລ້ຽວ, ສ້າງຂີດໝາຍສິ້ນສຸດການເຈລະຈາທີ່ເຄັ່ງຕຶງທີ່ໄດ້ດຳເນີນມາເປັນຫຼາຍເດືອນ ເພື່ອແນໃສ່ຫຼີກລ້ຽງສົງຄາມການຄ້າ ທີ່ອາດສາມາດກໍ່ຜົນເສຍຮ້າຍຢ່າງຮ້າຍແຮງຕໍ່ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ. ຂໍ້ຕົກລົງບໍ່ພຽງແຕ່ສະກັດກັ້ນອັດຕາພາສີ 30% ເຊິ່ງ ອາເມລິກາ ຍັງນາບຂູ່ຈະນຳໃຊ້ແຕ່ ວັນທີ 1ເດືອນ ສິງຫາ ເທົ່ານັ້ນ ຫາກຍັງສ້າງກອບເຮັດວຽກໃໝ່ໃຫ້ແກ່ການຄ້າຂ້າມອັດລັງຕິກ. ຂໍ້ຕົກລົງດ້ານການຄ້າລະຫວ່າງ EU ແລະ ອາເມລິກາ ໄດ້ປະກາດພາຍຫຼັງການພົບປະລະຫວ່າງທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ Scotland. ຕາມຂໍ້ຕົກລົງ, ສິນຄ້າ EU ນຳເຂົ້າອາເມລິກາ ສ່ວນຫຼາຍລວມມີ ລົດໂອໂຕ, ວັດຖຸອຸປະກອນເຄື່ອງຊັກນຳໄຟຟ້າ ແລະການຢາ, ຈະຖືກຈັດວາງລະດັບພາສີ 15%. ບັນດາຜະລິດຕະພັນ ຄື ເຫຼັກກ້າ ແລະອາລຸມີນຽມ ຍັງຖືກຈັດວາງອັດຕາພາສີ 50%.

ແຫຼ່ງຄັດຈາກ: vovworld.vn