ຝົນຕົກໜັກໃນປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 50 ກວ່າຄົນ
ຕາມຂ່າວຈາກເອເອຟພີ, ວັນທີ 17 ກໍລະກົດ, ໜ່ວຍງານຮັບມືໄພພິບັດຂອງ ປາກິດສະຖານ ເປີດເຜີຍວ່າ: ຝົນຕົກໜັກໃນໄລຍະ 24 ຊົ່ວໂມງ ທີ່ຜ່ານມາເຮັດໃຫ້ປະຊາຊົນເສຍຊີວິດ 54 ຄົນ ແລະບາດເຈັບອີກ 227 ຄົນ. ຜູ້ເສຍຊີວິດສ່ວນໃຫຍ່ຢູ່ລັດປັນຈາບ.