leftcenterrightdel
ອັດຕາຫວ່າງງານໃນອັງກິດ ເພີ່ມຂຶ້ນສູງສຸດໃນຮອບ 4 ປີ. ພາບ: kpl.gov.la

ຕາມຂ່າວຈາກນະຄອນຫຼວງລອນດອນ, ວັນທີ 17 ກໍລະກົດນີ້, ສຳນັກງານສະຖິຕິແຫ່ງຊາດຂອງອັງກິດ ເປີດເຜີຍວ່າ: ອັດຕາຫວ່າງງານຢູ່ ອັງກິດ ໃນຮອບ 3 ເດືອນ ຫຼ້າສຸດ ຈົນເຖິງເດືອນພຶດສະພາ ເພີ່ມຂຶ້ນເຖິງ 4,7% ຖືເປັນສະຖິຕິສູງທີ່ສຸດໃນຮອບ 4 ປີຜ່ານມານັບຕັ້ງແຕ່ ເດືອນມີນາ ປີ 2021 ແລະສູງຂຶ້ນ 0,1% ຈາກອັດຕາຫວ່າງງານລະຫວ່າງເດືອນເມສາ ຫາເດືອນພຶດສະພາ ທີ່ຜ່ານມາ ຊຶ່ງຢູ່ລະດັບ 4,6%. ຂະນະທີ່ ສ.ອາເມລິກາ ເລີ່ມເກັບພາສີພື້ນຖານອັດຕາ 10% ກັບປະເທດຄູ່ຄ້າທຸກແຫ່ງທົ່ວໂລກລວມທັງ ອັງກິດ ສົ່ງຜົນກະທົບເປັນບໍລິເວນກວ້າງຕໍ່ຫົວໜ່ວຍທຸລະກິດພາຍໃນປະເທດກ່ຽວກັບການຈ້າງງານຫຼຸດລົງ. ນອກນີ້ເສດຖະກິດອັງກິດ ຍັງຫົດຕົວຕິດຕໍ່ກັນ 2 ເດືອນແລ້ວ.

ແຫຼ່ງຄັດຈາກ: kpl.gov.la