ຊີຣີ ແລະ ອິດສະຣາແອັນ ຕົກລົງເຫັນດີຕໍ່ຂໍ້ຕົກລົງຢຸດຍິງໂດຍ ອາເມລິກາ ເປັນກາງໄກ່ເກ່ຍ
ທ່ານ Ahmed al – Sharaa ການນຳຊົ່ວຄາວຊີຣີ ແລະທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ເຫັນດີຕໍ່ຄຳສັ່ງຢຸດຍິງ ໂດຍອາເມລິກາ ເປັນກາງໄກ່ເກ່ຍ.
    |
 |
ພາບ: THX/ສໍານັກຂ່າວສານຫວຽດນາມ |
ຂໍ້ມູນດັ່ງກ່າວໂດຍທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຕວັກກີ, Tom Barrack, ຢັ້ງຢືນໃນຕອນເຊົ້າວັນທີ 19 ກໍລະກົດ. ຕາມທ່ານ Barrack ແລ້ວ, ຂໍ້ຕົກລົງນີ້ໄດ້ຮັບການສະໜັບສະໜູນຈາກຕວັກກີ, ປະເທດໜູນຫຼັງໃຫ້ແກ່ອຳນາດການປົກຄອງຊົ່ວຄາວຢູ່ ຊີຣີ, ກໍຄືປະເທດບ້ານໃກ້ເຮືອນຄຽງຈໍແດນ. ທ່ານ Barrack ຮຽກຮ້ອງໃຫ້ຊາວ Druze, Bedouin ແລະ Sunni “ວາງອາວຸດລົງ ແລະພ້ອມກັບກຸ່ມຊົນເຜົ່າສ່ວນໜ້ອຍອື່ນສ້າງສີສັນຊີຣີ ຄືນໃໝ່, ຕົກລົງເປັນເອກະພາບໃນສັນຕິພາບ ແລະວັດທະນາຖາວອນກັບບັນດາປະເທດບ້ານໃກ້ເຮືອນຄຽງ”.
ກ່ອນໜ້ານັ້ນ, ວັນທີ 16 ກໍລະກົດ, ອາເມລິກາ ໄດ້ປະກາດຂໍ້ຕົກລົງ, ຕາມນັ້ນແລ້ວ, ຊີຣີ ຖອນກອງທັບລັດຖະບານອອກຈາກ Sweida, ໃຈກາງທາງທິດໃຕ້ຊີຣີ ຂອງປະຊາຄົມຊາວເຜົ່າສ່ວນໜ້ອຍ Druze.
ແຫຼ່ງຄັດຈາກ: vovworld.vn