leftcenterrightdel
ຄະນະຜູ້ແທນ ອາເມລິກາ ແລະຈີນ ເຂົ້າຮ່ວມຮອບເຈລະຈາຢູ່ລອນດອນ ໃນວັນທີ 9 ມິຖຸນາ 2025. ພາບ: United States Treasury/Handout via REUTERS

ວັນທີ 9 ມິຖຸນາ, ອາເມລິກາ ແລະ ຈີນ ໄດ້ເລີ່ມຕົ້ນການເຈລະຈາດ້ານການຄ້າຮອບໃໝ່ຢູ່ນະຄອນຫຼວງ ລອນດອນ ປະເທດອັງກິດ, ສ້າງຂີດໝາຍການປະຊຸມທຳອິດຂອງກົນໄກປຶກສາຫາລືດ້ານເສດຖະກິດ ແລະການຄ້າສອງຝ່າຍ ນັບແຕ່ພາຍຫຼັງຂໍ້ຕົກລົງຢຸດຕິຊົ່ວຄາວ ຊຶ່ງບັນລຸໄດ້ຢູ່ເຊີແນວ ປະເທດສະວິດ ເມື່ອເດືອນຜ່ານມາ. ຄະນະຜູ້ແທນອາເມລິກາ ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງການເງິນ Scott Bessent, ທ່ານລັດຖະມົນຕີກະຊວງການຄ້າ Howard Lutnick ແລະຜູ້ຕາງໜ້າດ້ານການຄ້າ Jamieson Greer, ໃນຂະນະນັ້ນ ຄະນະຜູ້ແທນ ຈີນ ໂດຍທ່ານຮອງນາຍົກລັດຖະມົນຕີ He Lifeng ນຳໜ້າ.

ເປົ້າໝາຍຂອງຮອບເຈລະຈາ ແມ່ນຮັກສາ ແລະຊຸກຍູ້ຄຳສັ່ງຢຸດຕິຄວາມເຄັ່ງຕຶງດ້ານການຄ້າ ພາຍຫຼັງສອງປະເທດ ໄດ້ເຫັນດີຫຼຸດຜ່ອນອັດຕາພາສີທີ່ສຳຄັນໃນເວລາ 90 ວັນຢູ່ ເຊີແນວ. ເຖິງວ່າ ບັນລຸໄດ້ບາງຄວາມຄືບໜ້າໃນເບື້ອງຕົ້ນ ແຕ່ຂໍ້ຕົກລົງ ເຊີແນວ ຍັງບໍ່ທັນແກ້ໄຂຄວາມບໍ່ລົງລອຍກັນເລິກເຊິ່ງລະຫວ່າງ ສອງຝ່າຍໄດ້.

ວົງການນັກລົງທຶນສາກົນ ພວມຕິດຕາມຢ່າງແໜ້ນແຟ້ນການຜັນແປຂອງຮອບເຈລະຈາຢູ່ລອນດອນ ໃນສະພາວະຕະຫຼາດການເງິນ ມີສັນຍານຟື້ນຟູ ຍ້ອນມີຄວາມຫວັງຈະຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn