leftcenterrightdel
ຕຶກສະພາແຫ່ງຊາດ ອາເມລິກາ. ພາບ: TTXVN

ດ້ວຍອັດຕາບັດເຫັນດີ 214 ບັດ, ບັດຄ້ານ 212 ບັດ, ວັນທີ 12 ມິຖຸນາ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຄວາມຮຽກຮ້ອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບການເກັບຄືນຈຳນວນເງິນ 8,3 ຕື້ USD ທີ່ໄດ້ຈັດແບ່ງອຸປະຖຳໃຫ້ຕ່າງປະເທດ ແລະ 1,1 ຕື້ USD ໃຫ້ໜ່ວຍກະຈາຍສຽງໂທລະພາບສາທາລະນະ (CPB), ແຫ່ງສະໜອງການເງິນໃຫ້ແກ່ຊ່ອງກະຈາຍສຽງສາທາລະນະແຫ່ງຊາດ (NPR) ແລະເຄືອຂ່າຍໂທລະພາບສາທາລະນະ (PBS). ເຖິງຢ່າງໃດກໍ່ຕາມ, ການນຳຝ່າຍສ່ວນໜ້ອຍຢູ່ສະພາຕ່ຳ (ພັກປະຊາທິປະໄຕ) ທ່ານ Hakeem Jeffries, ໄດ້ຕຳໜິຕິຕຽນຮ່າງກົດໝາຍສະບັບດັ່ງກ່າວແມ່ນ “ຂາດຄວາມລະມັດລະວັງ” ແລະຖືວ່າ ບາດກ້າວນັ້ນຈະ “ເຮັດໃຫ້ຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ ອ່ອນແອລົງ, ກໍ່ຄວາມເສຍຫາຍເຖິງຄວາມສາມາດປົກປ້ອງປະຊາຊົນອາເມລິກາ”.

ແຫຼ່ງຄັດຈາກ: vovworld.vn