ອາຊຽນ ແມ່ນຄູ່ຮ່ວມມືຍຸດທະສາດຂອງອາກຊັງຕິນ
ອາຊຽນ ແມ່ນໜຶ່ງໃນບັນດາຄູ່ຄ້າສຳຄັນຂອງ ອາກຊັງຕິນ ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນຂົງເຂດກະເສດ ແລະອາຫານປຸງແຕ່ງ.
ວັນທີ 12 ມິຖຸນາ, ກຳມາທິການການຕ່າງປະເທດ ແລະຮ່ວມມືສາກົນສະພາແຫ່ງຊາດອາກຊັງຕິນ ໄດ້ສົມທົບກັບຄະນະກຳມະການອາຊຽນ ປະຈຳ ອາກຊັງຕິນ (ACBA) ຈັດກອງປະຊຸມສຳມະນາວິທະຍາສາດ “ອາກຊັງຕິນ - ອາຊຽນ, ຄູ່ຮ່ວມມືຍຸດທະສາດໃນໂລກທີ່ພວມປ່ຽນແປງ”. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ຕາງໜ້າບັນດາສະຖານທູດ ຫວຽດນາມ, ມາເລເຊຍ, ຟີລິບປີນ ແລະ ໄທ; ພ້ອມກັບນັກຮຽນຮູ້ ແລະນັກຄົ້ນຄວ້າເປັນຈຳນວນຫຼາຍ.
    |
 |
ກອງປະຊຸມສຳມະນາວິທະຍາສາດ “ອາກຊັງຕິນ - ອາຊຽນ, ຄູ່ຮ່ວມມືຍຸດທະສາດໃນໂລກທີ່ພວມປ່ຽນແປງ”. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ Luciana Termine, ຫົວໜ້າກຳມາທິການການຕ່າງປະເທດ ແລະຮ່ວມມືສາກົນສະພາແຫ່ງຊາດ ອາກຊັງຕິນ ເນັ້ນໜັກວ່າ, ອາຊຽນ ແມ່ນໜຶ່ງໃນບັນດາຄູ່ຄ້າສຳຄັນຂອງອາກຊັງຕິນ ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນຂົງເຂດກະເສດ ແລະອາຫານປຸງແຕ່ງ; ພ້ອມກັນນັ້ນ, ທ່ານນາງ ກໍ່ຢືນຢັນຄວາມສາມາດບົ່ມຊ້ອນຂອງການເຕີບໂຕ, ການຫັນເປັນຫຼາຍຮູບຫຼາຍແບບ ແລະ ປັບປຸງການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງ Buenos Aires ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ໃນຂະນະນັ້ນ, ທ່ານ Santiago Pauli ສະມາຊິກລັດຖະສະພາ, ປະທານກຸ່ມສະມາຊິກລັດຖະສະພາກັບຫວຽດນາມ, ເນັ້ນໜັກເຖິງຄວາມສຳຄັນໃນຍຸດທະສາດຂອງການພົວພັນລະຫວ່າງ ອາກຊັງຕິນ ແລະ ຫວຽດນາມ, ພ້ອມກັນນັ້ນ, ກໍ່ຮຽກຮ້ອງເປີດກວ້າງການຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກຳ, ການສຶກສາ ແລະວັດທະນະທຳ.
ແຫຼ່ງຄັດຈາກ: vovworld.vn