ທ່ານປະທານາທິບໍດີ ອາເມລິກາ D.Trump ປົກປ້ອງການຜັນຂະຫຍາຍທະຫານເຖິງ Los Angeles
ທ່ານຖືວ່າ ມາດຕະການດັ່ງກ່າວແມ່ນມີຄວາມຈຳເປັນ ເພື່ອຄວບຄຸມສະພາບການໃນສະພາວະບັນດາການແຫ່ຂະບວນປະທ້ວງຢູ່ທີ່ນີ້ສືບຕໍ່ເຄັ່ງຕຶງຂຶ້ນ.
    |
 |
ກຳລັງພິທັກຮັກສາແຫ່ງຊາດ ອາເມລິກາ. ພາບ: Reuters |
ວັນທີ 10 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວປົກປ້ອງຂໍ້ຕົກລົງຜັນຂະຫຍາຍກຳລັງທະຫານເຮືອຍົກພົນຂຶ້ນບົກໄປນະຄອນ Los Angeles, ລັດ California, ທ່ານຖືວ່າ ມາດຕະການດັ່ງກ່າວແມ່ນມີຄວາມຈຳເປັນ ເພື່ອຄວບຄຸມສະພາບການ ໃນສະພາວະບັນດາການແຫ່ຂະບວນປະທ້ວງຢູ່ທີ່ນີ້ສືບຕໍ່ເຄັ່ງຕຶງຂຶ້ນ.
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trump ຖືວ່າ ຖ້າບໍ່ຜັນຂະຫຍາຍກຳລັງເພື່ອແຊກແຊງ, ປະຈຸບັນນະຄອນ Los Angeles ຖືກຕົກເຂົ້າສູ່ສະພາບວຸ້ນວາຍຢ່າງຮ້າຍແຮງແລ້ວ. ທ່ານເນັ້ນໜັກວ່າ, ກຳລັງພິທັກຮັກສາແຫ່ງຊາດສືບຕໍ່ປະຈຳການໄວຢູ່ນະຄອນນີ້ຈົນຮອດສະພາບການເປັນປົກກະຕິ.
ນອກນັ້ນ, ທ່ານກໍ່ຍັງຊັງຊາການນຳໃຊ້ກົດໝາຍວ່າດ້ວຍການລຸກຮື້ຂຶ້ນ (Insurrection Act) - ເຊິ່ງເປັນກົດໝາຍໄດ້ປະກາດໃຊ້ກ່ອນນີ້ນັບນັບຮ້ອຍປີທີ່ອະນຸຍາດໃຫ້ກອງທັບ ອາເມລິກາ ແຊກແຊງໂດຍກົງເຂົ້າການເຄື່ອນໄວປະຕິບັດກົດໝາຍພົນລະເຮືອນ.
ແຫຼ່ງຄັດຈາກ: vovworld.vn