leftcenterrightdel
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres. ພາບ: clip Arabnews

ວັນທີ 5 ມິຖຸນາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ເນັ້ນໜັກວ່າ ປະຊາຄົມສາກົນຕ້ອງມີພັນທະເຮັດທຸກສິ່ງທຸກຢ່າງໃນຄວາມສາມາດຂອງຕົນ ເພື່ອເດີນຕາມມາດຕະການ 2 ລັດ ໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ, ກໍຄືສ້າງບັນດາເງື່ອນໄຂເພື່ອຫັນສິ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ. ທ່ານ ເນັ້ນໜັກວ່າ, ບໍ່ອາດຍອມຮັບມາດຕະການປ່ຽນແທນກັບເລື່ອງຊາວປາແລັດສະຕິນ ຖືກເນລະເທດ ຫຼື ຊາວປາແລັດສະຕິນ ຈະຕ້ອງດຳລົງຊີວິດໃນຜືນແຜ່ນດິນຂອງເຂົາເຈົ້າ ແຕ່ບໍ່ມີສິດຫຍັງ.

ຄາດວ່າ, ກອງປະຊຸມສຸດຍອດ ໂດຍ ຊະອຸດີ ອາຣີເບຍ ແລະ ຝລັ່ງ ເປັນເຈົ້າພາບຮ່ວມ ຈະຈັດຂຶ້ນແຕ່ວັນທີ 17 - 20 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ ແນໃສ່ຊຸກຍູ້ເລື່ອງຮັບຮອງເອົາບັນດາມາດຕະການລະອຽດ ເພື່ອບັນລຸເປົ້າໝາຍປະຕິບັດມາດຕະການ 2 ລັດ. ປະຈຸບັນ, ມີ 147 ໃນຈຳນວນ 193 ປະເທດສະມາຊິກຂອງສະຫະປະຊາຊາດ ໄດ້ຮັບຮູ້ລັດ ປາແລັດສະຕິນ ຢ່າງເປັນທາງການ.

ແຫຼ່ງຄັດຈາກ: vovworld.vn