ການນຳ ອາເມລິກາ - ຈີນ ໂອ້ລົມທາງໂທລະສັບແກ້ໄຂສະພາບການຈົນຕາແຈໃນການເຈລະຈາດ້ານການຄ້າ
ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການປັບປຸງໃຫ້ແກ່ການພົວພັນ ຈີນ - ອາເມລິກາ ໃຫ້ໄປຖືກທິດ.
    |
 |
ທ່ານປະທານປະເທດຈີນ ສີຈິ້ນຜິງ ແລະທ່ານປະທານາທິບໍດີອາເມລິກາ Donald Trump. ພາບ: REUTERS/Kevin Lamarque |
ຕອນຄ່ຳວັນທີ 5 ມິຖຸນາ, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ດຳເນີນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ການເຈລະຈາທາງໂທລະສັບໄດ້ປະຕິບັດຕາມການສະເໜີຂອງການນຳອາເມລິກາ, ສ້າງຂີດໝາຍການຕິດຕໍ່ພົວພັນຄັ້ງທຳອິດລະຫວ່າງການນຳສອງທ່ານນັບແຕ່ເວລາການເຈລະຈາທາງໂທລະສັບ ເມື່ອວັນທີ 17 ມັງກອນ, ກ່ອນທ່ານ Trump ດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ 2 - 3 ວັນ.
ທີ່ການເຈລະຈາທາງໂທລະສັບ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການປັບປຸງໃຫ້ແກ່ການພົວພັນ ຈີນ - ອາເມລິກາ ໃຫ້ໄປຖືກທິດ. ທ່ານ ຢັ້ງຢືນ ວ່າ ການໂອ້ລົມສົນທະນາ ແລະການຮ່ວມມືແມ່ນການຄັດເລືອກທີ່ຖືກຕ້ອງໜຶ່ງດຽວ, ແລະຮຽກຮ້ອງໃຫ້ທັງສອງຝ່າຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາດ້ານເສດຖະກິດຢູ່ເຊີແນວ ໃນໄລຍະຜ່ານມາຢ່າງເຂັ້ມງວດ. ສອງຝ່າຍຕ້ອງໝູນໃຊ້ກົນໄກປຶກສາຫາລືດ້ານເສດຖະກິດ - ການຄ້າ ທີ່ໄດ້ຮັບການສ້າງຕັ້ງແລ້ວໃຫ້ເປັນຢ່າງດີ, ຮັກສາທ່າທີສະເໝີພາບ, ເຄົາລົບນັບຖືບັນດາຄວາມສົນໃຈອັນຊອບທຳຂອງກັນ ແລະມຸ່ງໄປເຖິງໝາກຜົນຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນການເຈລະຈາ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຮັກສາການແລກປ່ຽນ ແລະຍູ້ໄວການຈັດຕັ້ງຮອບເຈລະຈາຄັ້ງຕໍ່ໄປ ເພື່ອແນໃສ່ຊຸກຍູ້ການພົວພັນທີ່ເປັນປົກກະຕິ ແລະການຮ່ວມມືຢ່າງມີປະສິດທິຜົນກວ່າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
ແຫຼ່ງຄັດຈາກ: vovworld.vn