leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ພາບ: Sputnik/Gavriil Grigorov/Pool via REUTERS

ໃນບົດກ່າວປາໄສໃນວັນທີ 5 ມິຖຸນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະໜັບສະໜູນທັດສະນະທີ່ວ່າ ຕ້ອງຮັກສາບັນດາການພົບປະຂັ້ນວິຊາການກັບຝ່າຍຢູແກຼນ ໂດຍບໍ່ຫົວຊາຕໍ່ບັນດາການຜັນແປໃໝ່ໃນການປະທະກັນປັດຈຸບັນ. ທ່ານ Peskov ໃຫ້ຮູ້ຕື່ມອີກວ່າ ຢູ່ກອງປະຊຸມກ່ອນນັ້ນ 1 ວັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ການບຸກໂຈມຕີຂອງຝ່າຍ ຢູແກຼນ, ສິ່ງສຳຄັນທີ່ສຸດແມ່ນສືບຕໍ່ບັນດາການພົບປະຢູ່ຂັ້ນວິຊາການກັບ ກີແອັບ. ທ່ານ ກໍ່ເນັ້ນວ່າ ລັດເຊຍ ຈະບໍ່ປະນີປະນອມທຸກການກະທຳຂອງຝ່າຍຢູແກຼນ ທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນແນໃສ່ທຳລາຍວິວັດການເຈລະຈາ ແລະຈະນຳໃຊ້ທຸກມາດຕະການ, ໃນນັ້ນມີທັງການໂອ້ລົມສົນທະນາ, ເພື່ອບັນລຸໄດ້ບັນດາເປົ້າໝາຍຂອງການເຄື່ອນໄຫວການທະຫານພິເສດ.

ແຫຼ່ງຄັດຈາກ: vovworld.vn