ໃນບົດກ່າວປາໄສຢູ່ລະບຽບໂບດ Peter, ສັນຕະປະປາ ລີໂອ ທີ 14 ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ການໂອ້ລົມສົນທະນາ ແລະການເຜີຍແຜ່ສາສະໜາ: ພວກເພື່ອນຊົ່ງຊ່ວຍເຫຼືອພວກຂ້າພະເຈົ້າ, ພ້ອມກັນສ້າງບັນດາຂົວມຸ່ງໄປເຖິງການໂອ້ລົມສົນທະນາ, ການພົບປະ, ພວກເຮົາທຸກຄົນຕ້ອງມີຄວາມສາມັກຄີ ເພື່ອກາຍເປັນຊົນຊາດສັນຕິພາບ.
ຕາມບັນດານັກຄົ້ນຄ້ວາ, ຊື່ ລີໂອ ແມ່ນສັນຍາລັກຂອງ “ສັນຕະປະປາທີ່ເຂັ້ມແຂງໃນສະໄໝວິກິດການ” ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສັນຕະປະປາອົງໃໝ່ສຳລັບບັນດາບັນຫາສັງຄົມທີ່ຂະຫຍັນຂັນເຄື່ອນ. ດ້ວຍຖານະເປັນຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງສັນຕະປະປາ Francis, ສັນຕະປະປາອົງໃໝ່ ລີໂອ ທີ 14 ຖືກຖືວ່າ ຈະສືບຕໍ່ທິດທາງປະຕິຮູບຂອງລຸ້ນກ່ອນ.
ແຫຼ່ງຄັດຈາກ: vovworld.vn
Type the code from the image