leftcenterrightdel
ພາບປະກອບຄັດຈາກ: ANI

ການຊ້ອມຮົບໄດ້ດຳເນີນພາຍຫຼັງ 2-3 ຊົ່ວໂມງ ທີ່ກອງທັບອິນເດຍ ດຳເນີນການບຸກໂຈມຕີທາງອາກາດເລັ່ງໃສ່ 9 ເປົ້າໝາຍທີ່ໄດ້ຮັບຖືວ່າແມ່ນພື້ນຖານໂຄງລ່າງຂອງພວກກໍ່ການຮ້າຍທີ່ນອນຢູ່ເຂດດິນແດນ ປາກິດສະຖານ ແລະຢູ່ເຂດ Kashmir ເຊິ່ງ ປາກິດສະຖານ ພວມຄວບຄຸມ. ການກະທຳນີ້ອາດຈະພາໄປເຖິງຂອງການກະທຳໂຕ້ຕອບຂອງປາກິດສະຖານ ໃນຊຸມວັນຈະມາເຖິງ. ອິນເດຍ ຖືວ່າ ການຊ້ອມຮົບປ້ອງກັນຕົວທາງພົນລະເຮືອນແມ່ນຮອບດ້ານ ແລະມີຂອບຂະໜາດທົ່ວໂລກ ເພື່ອແນໃສ່ຕີລາຄາລະດັບຄວາມພ້ອມໃນການຮັບມືກັບບັນດາກໍລະນີສຸກເສີນຂອງບັນດາອົງການທີ່ມີຄວາມຮັບຜິດຊອບ ແລະປະຊາຊົນ. ບັນດາການເຄື່ອນໄຫວໃນການຊ້ອມຮົບນີ້ລວມມີການຈຳລອງກໍລະນີໄຟຟ້າດັບໃນວົງກວ້າງ, ເປີດສັນຍານແຈ້ງເຕືອນການປ້ອງກັນທາງອາກາດ, ຜັນຂະຫຍາຍວິວັດການອົບພະຍົບລີ້ໄພ ແລະການໂຄສະນາເຜີຍແຜ່ໃຫ້ປະຊາຊົນເພື່ອແນໃສ່ກະກຽມໃຫ້ແກ່ບັນດາກໍລະນີສຸກເສີນຄືສົງຄາມ.

ແຫຼ່ງຄັດຈາກ: vovworld.vn