leftcenterrightdel
ສປ ຈີນ-ກຳປູເຈຍ ລົງນາມຂໍ້ຕົກລົງຂຸດຄອງນໍ້າ ຟູນັນເຕໂຊ 1.156 ລ້ານໂດລາສະຫະລັດ. ພາບ: kpl.gov.la

ໂຄງ​ການ​ຂຸດຄອງນໍ້າ ຟູນັນເຕໂຊຕັ້ງ​ຢູ່​ບ້ານປຮັກຕາແກ້ວເມືອງ ຄຽນສະວາຍ ແຂວງກັນດາທາງພາກ​ໃຕ້​ຂອງ​ກໍາ​ປູ​ເຈຍ​, ຊຶ່ງ​ມີລວງຍາວ 151.6 ກິ​ໂລ​ແມັດ ໂດຍມີການວາງສີລາລຶກໃນວັນທີ 5 ສິງຫາ ປີກາຍນີ້ ​ແລະ​ໃນ​ເບື້ອງ​ຕົ້ນ​ຄາດ​ຄະ​ເນ​ວ່າ​: ໂຄງການ​ກໍ່ສ້າງ​ຈະ​ໃຊ້​ເວລາ​ປະມານ 4 ປີ. ຂະນະທີ່ລັດຖະບານກໍາປູເຈຍ ຢືນຢັນວ່າ: ເສັ້ນທາງໄຫລຂອງກະແສນ້ຳໃນຄອງທີ່ຈະມີລວງຍາວ 180 ກິໂລແມັດ ລວງກວ້າງ 100 ແມັດ ແລະລວງເລິກ 5,4 ແມັດ ຈະບໍ່ສົ່ງຜົນກະທົບຕໍ່ກະແສນ້ຳໃນແມ່ນ້ຳຂອງຫຼັງຈາກມີການວິເຄາະວ່າ ນ້ຳໃນຄອງ ຟູນັນເຕໂຊ ທີ່ຈະມາຈາກແມ່ນ້ຳບາສັກຊຶ່ງເປັນໜຶ່ງໃນແມ່ນ້ຳສາຂາຂອງແມ່ນ້ຳຂອງ ອາດເປັນການປ່ຽນທິດທາງຂອງກະແສນ້ຳໃນລຸ່ມນ້ຳຂອງ ແລະສົ່ງຜົນກະທົບຕໍ່ລະບົບນິເວດ.

ແຫຼ່ງຄັດຈາກ:​ kpl.gov.la