leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ແລະທູດພິເສດອາເມລິກາ Steve Witkoff. ພາບ: SABA

ສິ້ນສຸດຮອບເຈລະຈາທີ 2 ຢູ່ ໂຣມ, ປະເທດ ອີຕາລີ ໃນຕອນບ່າຍວັນທີ 19 ເມສາ, ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ຍົກອອກການຕີລາຄາຢ່າງຕັ້ງໜ້າກ່ຽວກັບໝາກຜົນການເຈລະຈາ. ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ເຈົ້າໜ້າທີ່ອຳນາດການປົກຄອງ ອາເມລິກາ ທ່ານໜຶ່ງ ຢືນຢັນວ່າ, ການປຶກສາຫາລືລະຫວ່າງ 2 ຝ່າຍທີ່ແກ່ຍາວເປັນເວລາປະມານ 4 ຊົ່ວໂມງ ແລະບາດກ້າວຄືບໜ້າທີ່ບັນລຸໄດ້ທີ່ການເຈລະຈາແມ່ນດີທີ່ສຸດ. ໃນຂະນະນັ້ນ, ສື່ມວນຊົນແຫ່ງລັດ ອີຣານ ກໍໃຫ້ຂໍ້ສັງເກດວ່າ ການປຶກສາຫາລືລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ແລະທູດພິເສດ ອາເມລິກາ Steve Witkoff ຢູ່ ໂຣມ ດຳເນີນໄປໃນບັນຍາກາດສ້າງສັນ ແລະເປີດອົກເປີດໃຈ. ສິ້ນສຸດການປຶກສາຫລື, 2 ຝ່າຍໄດ້ເຫັນດີຈັດຮອບປຶກສາຫາລືຕໍ່ໄປຢູ່ Oman ໃນທ້າຍອາທິດຈະມາເຖິງ.

ແຫຼ່ງຄັດຈາກ:​ vovworld.vn