ອາເມລິກາ ສືບຕໍ່ບຸກໂຈມຕີທາງອາກາດໃສ່ ເຢແມັນ
ຕາມອົງການສື່ມວນຊົນຂອງ ເຮົາທີ, ກອງທັບອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດຢ່າງໜ້ອຍສຸດ 13 ຄັ້ງແນໃສ່ເຂດສະໜາມບິນ ແລະທ່າກຳປັ່ນຢູ່ນະຄອນ Al Hudaydah
    |
 |
ກຸ່ມປະກອບອາວຸດ ເຢແມັນ ຢືນຢັນວ່າ, ໃນຈຳນວນການບຸກໂຈມຕີຂອງອາເມລິກາ ໃສ່ປະເທດນີ້ໃນກວ່າ 1 ເດືອນຜ່ານມາໄດ້ຂຶ້ນເຖິງ 900 ຄັ້ງ. ພາບປະກອບ: CENTCOM |
ຕອນຄ່ຳວັນທີ 19 ເມສາ (ຕາມເວລາທ້ອງຖິ່ນ), ກຳລັງອາເມລິກາ ຢູ່ເຂດນີ້ສືບຕໍ່ເປີດບັນດາການບຸກໂຈມຕີທາງອາກາດເລັ່ງໃສ່ ເຢແມັນ, ສຸມໃສ່ມ້າງທຳລາຍບັນດາຮາກຖານຂອງຂະບວນການ ເຮົາທີ, ຢູ່ເຂດນະຄອນຫຼວງຊານາ ແລະນະຄອນທ່າກຳປັ່ນ Hodeidah. ຕາມອົງການສື່ມວນຊົນຂອງ ເຮົາທີ, ກອງທັບອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດຢ່າງໜ້ອຍສຸດ 13 ຄັ້ງແນໃສ່ເຂດສະໜາມບິນ ແລະທ່າກຳປັ່ນຢູ່ນະຄອນ Al Hudaydah (ຂຶ້ນກັບແຂວງ Al Hudaydah) ຢູ່ຝລັ່ງທະເລແດງ ໃນຕອນກາງຄືນວັນທີ 19 ເມສາ. ເຂດນະຄອນຫຼວງຊາກາ ກໍ່ຖືກບຸກໂຈມຕີຢ່າງຮ້າຍແຮງຫຼາຍຄັ້ງ, ແຕ່ຍັງບໍ່ທັນຮູ້ລາຍລະອຽດລະດັບຄວາມເສຍຫາຍຍ້ອນບັນດາການບຸກໂຈມຕີກໍ່ຂຶ້ນ.
ໄລ່ຮອດຕອນເຊົ້າວັນທີ 20 ເມສາ, ກອງບັນຊາສູນອາເມລິກາ ປະຈຳຕາເວັນອອກກາງ ຍັງບໍ່ທັນຍົກອອກແຈ້ງການ ຫຼື ວິຈານກ່ຽວກັບບັນດາການບຸກໂຈມຕີຄັ້ງຫຼ້າສຸດໃສ່ເຢແມັນ. ໃນຂະນະນັ້ນ, ກຸ່ມປະກອບອາວຸດເຢແມັນ ຢືນຢັນວ່າ ໃນຈຳນວນການບຸກໂຈມຕີຂອງອາເມລິກາ ໃສ່ປະເທດນີ້ໃນກວ່າ 1 ເດືອນຜ່ານມາໄດ້ຂຶ້ນເຖິງ 900 ຄັ້ງ.
ແຫຼ່ງຄັດຈາກ: vovworld.vn