ພາຍຫຼັງກອງປະຊຸມ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກແຈ້ງການຢັ້ງຢືນວ່າ ບັນດາຂໍ້ຕົກລົງໄດ້ດຳເນີນບົນຈິດໃຈສ້າງສັນ. ເຖິງຢ່າງໃດກໍຕາມ, ວໍຊິງຕັນ ຍັງສະແດງຄວາມວິຕົກກັງວົນກ່ຽວກັບນະໂຍບາຍຂອງ ມົດສະກູ ຫ້າມບັນດາອົງການຕາງໜ້າທາງການທູດຈ້າງພະນັກງານທ້ອງຖິ່ນ. ຜູ້ຕາງໜ້າ ອາເມລິກາ ກໍປຶກສາຫາລືເລື່ອງຈັດການພົບປະຄັ້ງຕໍ່ໄປເພື່ອປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ, ຖ້າຈຳເປັນ ຈະກຳນົດກ່ຽວກັບວັນເວລາ, ສະຖານທີ່ ແລະ ພາກສ່ວນເຂົ້າຮ່ວມການປຶກສາຫາລືດັ່ງກ່າວ.

leftcenterrightdel
ທຸງຊາດສອງປະເທດ ອາເມລິກາ ແລະ ລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ໃນການຜັນແປອື່ນ, ກໍໃນວັນດຽວກັນ, ລັດເຊຍ ແລະ ອາເມລິກາ ໄດ້ດຳເນີນການແລກປ່ຽນນັກໂທດຄັ້ງທີ 2 ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ກັບຄືນມາຂຶ້ນກຳອຳນາດເມື່ອຕົ້ນປີ 2025.

ແຫຼ່ງຄັດຈາກ: vovworld.vn