ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ອາເມລິກາ ດ້ວຍຖານະເປັນທູດພິເສດ ຂອງທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ເພື່ອແລກປ່ຽນກັບບັນດາບັນຫາດ້ານເສດຖະກິດ ການຄ້າສອງຝ່າຍ, ວັນທີ 10 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ໄດ້ເຮັດວຽກກັບທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ແລະ ທ່ານລັດຖະມົນຕີການຄ້າ ອາເມລິກາ Howard Lutnick.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ແລະ ທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ, ທ່ານປາດຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າຕາມທິດສົມດູນ, ກົມກຽວ, ຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງເລື່ອງສອງຝ່າຍໄດ້ເຫັນດີເປັນເອກະພາບເລີ່ມຕົ້ນການເຈລະຈາຂໍ້ຕົກລົງການຄ້າສົມທົບ, ໃນນັ້ນລວມມີບັນດາຂໍ້ຕົກລົງກ່ຽວກັບພາສີອາກອນ, ທ່ານຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຈລະຈາ, ສະເໜີສອງຝ່າຍແລກປ່ຽນຢ່າງລະອຽດໂດຍໄວ ເພື່ອບັນລຸໄດ້ຂໍ້ຕົກລົງໃນເວລາໄວທີ່ສຸດ.

ສ່ວນທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ແລະ ທ່ານລັດຖະມົນຕີການຄ້າ ອາເມລິກາ Howard Lutnick ລ້ວນແຕ່ເຫັນດີຕໍ່ທັດສະນະຈະສົມທົບກັບ ຫວຽດນາມຢ່າງແໜ້ນແຟ້ນເພື່ອເຈລະຈາກັນ, ແກ້ໄຂບັນດາບັນຫາທີ່ໄດ້ວາງອອກໃນການພົວພັນເສດຖະກິດ - ການຄ້າສອງຝ່າຍ, ມຸ່ງໄປເຖິງຂໍ້ຕົກລົງທີ່ເໝາະສົມໃຫ້ແກ່ທັງສອງຝ່າຍ.

ແຫຼ່ງຄັດຈາກ: vovworld.vn