ອີຢູ ປະກາດແຜນການກະທຳເພື່ອທະວີບ AI
ວັນທີ 9 ເມສາ, ຄະນະກຳມະການເອີຣົບ (EC) ໄດ້ປະກາດແຜນການກະທຳເພື່ອ “ທະວີບປັນຍາປະດິດ” (AI) ເພື່ອແນໃສ່ນຳສະຫະພາບເອີຣົບ (ອີຢູ) ກາຍເປັນທະວີບນຳໜ້າທົ່ວໂລກກ່ຽວກັບ AI.
ແຜນການດັ່ງກ່າວ ໂດຍທ່ານນາງ Usula von der Leyen ປະທານຄະນະກຳມະການເອີຣົບ ແນະນໍາໃນກອງປະຊຸມສຸດຍອດການກະທຳປັນຍາປະດິດ (AI) ໃນເດືອນກຸມພາ 2025 ຢູ່ນະຄອນຫຼວງປາຣີ, ຝລັ່ງ ເພື່ອຫັນປ່ຽນບັນດາຂະແໜງການອຸດສາຫະກຳທີ່ເປັນມູນເຊື້ອຂອງ ເອີຣົບ ກາຍເປັນກຳລັງໜູນແກ່ການປ່ຽນແປງໃໝ່ ແລະເພີ່ມລະດັບຄວາມໄວຂອງ AI ຢ່າງແຮງ.
ຕາມທ່ານປະທານ EC ແລ້ວ, ການແຂ່ງຂັນຍາດທີ່ຕັ້ງນຳໜ້າໃນຂົງເຂດ AI ຍັງດຳເນີນຢ່າງແຮງ. ແຜນການກະທຳຈະຊຸກຍູ້ຄວາມສາມາດປ່ຽນແປງໃໝ່ AI ຂອງ ອີຢູ ຜ່ານບັນດາເສົາຄ້ຳຫຼັກ, ຄື: ການສ້າງພື້ນຖານໂຄງລ່າງຖານຂໍ້ມູນຂ່າວສານ ແລະ cloud computing AI ທີ່ມີຂອບຂະໜາດໃຫຍ່; ເພີ່ມທະວີຄວາມສາມາດສຳຜັດກັບແຫຼ່ງຂໍ້ມູນມະຫາສານ ແລະມີຄຸນນະພາບສູງ; ພັດທະນາບັນດາຫຼັກສູດ ແລະຊຸກຍູ້ການໝູນໃຊ້ AI ເຂົ້າໃນບັນດາຂົງເຂດຍຸດທະສາດຂອງ ອີຢູ.
ແຫຼ່ງຄັດຈາກ: vovworld.vn