leftcenterrightdel
ທ່ານ Evariste Ndayishimiye ປະທານາທິບໍດີ Burundi. ພາບ: Reuters

ນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງປະເທດ, ສະແດງໃຫ້ເຫັນວ່າສອງປະເທດປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບກ່ວາອີກໃນບັນດາຂົງເຂດການເມືອງ, ເສດຖະກິດ, ການຄ້າ, ວັດທະນະທຳ ແລະສັງຄົມ. ຫວຽດນາມ ແລະ Burundi ສ້າງຕັ້ງການພົວພັນທາງການທູດແຕ່ວັນທີ 16 ເມສາ 1975. ນັບແຕ່ນັ້ນມາຮອດປັດຈຸບັນ, ການພົວພັນຮ່ວມມືສອງຝ່າຍນັບມື້ນັບພັດທະນາ. ໃນສະພາບການສອງປະເທດຍັງບໍ່ທັນເປີດອົງການຕາງໜ້າ, ເລື່ອງຈັດສົ່ງກົງສູນກິດຕິມະສັກຫວຽດນາມ ໄປປະຈຳຢູ່ Burundi ໃນປີ 2024 ແມ່ນສິ່ງສະແດງໃຫ້ເຫັນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນສອງປະເທດ.

ແຫຼ່ງຄັດຈາກ: vovworld.vn