leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin.  ພາບ: THX/ສໍານັກຂ່າວສານຫວຽດນາມ

ໃນສານທີ່ສົ່ງເຖິງທ່ານປະທານາທິບໍດີຊົ່ວຄາວ ຊີຣີ Ahmed al-Sharaa, ໃນວັນທີ 20 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະແດງການສະໜັບສະໜູນຕໍ່ບັນດາຄວາມມານະພະຍາຍາມປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດເຂດຕາເວັນອອກກາງນີ້. ສານດັ່ງກ່າວໂດຍການນຳ ລັດເຊຍ ຍົກອອກມາໃນສະພາບທີ່ ຊີຣີ ພວມມານະພະຍາຍາມຊຸກຍູ້ວິວັດການຂ້າມຜ່ານຢ່າງຮອບດ້ານ ແລະກວມລວມດ້ວຍການໜູນຊ່ວຍຂອງປະຊາຄົມສາກົນ, ເພື່ອນຳການຟື້ນຟູເສດຖະກິດ ກໍຄືສ້າງສາປະເທດໃຫ້ມີສະຖຽນລະພາບພາຍຫຼັງເກີດການປະທະກັນເປັນເວລາ 14 ປີ ແລະການລົ້ມລະລາຍຂອງອຳນາດການປົກຄອງປະທານາທິບໍດີ Bashar al-Assad ໃນວັນທີ 8 ທັນວາ 2024.

ໂຄສົກວັງ Kremlin, ທ່ານ Dmitry Peskov, ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Putin ກໍ່ຢືນຢັນວ່າ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມື 2 ຝ່າຍກັບ ຊີຣີ ໃນທຸກຂົງເຂດ, ເພື່ອແນໃສ່ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງລັດເຊຍ - ຊີຣີ.

ແຫຼ່ງຄັດຈາກ: vovworld