leftcenterrightdel
ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ເປັນປະທານກອງປະຊຸມສຸດຍອດ. ພາບ: AFP

ກອງປະຊຸມສຸດຍອດຄັ້ງນີ້ໄດ້ເຕົ້າໂຮມການນຳ 25 ທ່ານມາຈາກຫຼາຍປະເທດເອີຣົບ, ອົດສະຕາລີ, ການາດາ ແລະ ນິວຊີແລນ. ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer  ຮຽກຮ້ອງບັນດາປະເທດເຂົ້າຮ່ວມ “ສຳພັນທະມິດອາສາສະໝັກ” ເພື່ອປ້ອງກັນບໍ່ວ່າ ຄຳສັ່ງຢຸດຍິງໃດທີ່ບັນລຸໄດ້ຢູ່ ຢູແກຼນ.

ທ່ານກໍຮຽກຮ້ອງ ລັດເຊຍ ຕ້ອງມີຄວາມຈິງຈັງກວ່າ ແລະເຂົ້າຮ່ວມການເຈລະຈາພາຍຫຼັງທີ່ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ໃຫ້ຄຳໝັ້ນສັນຍາຢຸດຍິງໂດຍບໍ່ມີເງື່ອນໄຂພາຍໃນ 30 ວັນ ຢ່າງທັນທີ.

ແຫຼ່ງຄັດຈາກ: vovworld.vn