ອາເມລິກາ ຍົກອອກຂໍ້ສະເໜີຢຸດຍິງໃໝ່ຢູ່ເຂດກາຊາ
ໃນບັນດາການສົນທະນາປະນິປະນອມພວມດຳເນີນໄປຢູ່ ໂດຮາ, ຂອງກາຕາ ໃນວັນທີ 13 ມີນາ, ທ່ານ Steve Witkoff, ທູດພິເສດອາເມລິກາ ກ່ຽວກັບເຂດຕາເວັນອອກກາງ ໄດ້ສະເໜີແກ່ຍາວກຳນົດເວລາຢຸດຍິງຢູ່ເຂດກາຊາ, ໄປພ້ອມກັບເງື່ອນໄຂປ່ອຍຕົວປະກັນ ແລະຍົກເລີກຄຳສັ່ງປິດລ້ອມການເຄື່ອນໄຫວຂົນສົ່ງເຄື່ອງບັນເທົາທຸກມະນຸດສະທຳຢູ່ທີ່ນີ້.
ຕາມການສະເໜີ, ເວລາຢຸດຍິງຢູ່ ກາຊາ ແກ່ຍາວແຕ່ 42-50 ວັນ. ໃນຈຸດເວລານີ້, ຂະບວນການຮາມາດສ ຈະປ່ອຍຕົວປະກັນ 5 ຄົນທີ່ຍັງມີຊີວິດຢູ່ ແລະມອບຊາກສົບຕົວປະກັນ 10 ຄົນ. ໃນຂະນະນັ້ນ, ຝ່າຍອິດສະຣາແອັນ ອະນຸຍາດໃຫ້ຟື້ນຟູການຂົນສົ່ງເຄື່ອງໜູນຊ່ວຍມະນຸດສະທຳຈາກພາຍນອກເຂົ້າເຂດກາຊາ. ພ້ອມກັນນັ້ນ, ບັນດາຝ່າຍກໍ່ດຳເນີນການເຈລະຈາເລື່ອງສິ້ນສຸດການປະທະກັນຢ່າງສິ້ນເຊິງ.
ແຫຼ່ງຄັດຈາກ: vovworld.vn