ບັນດາລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ຈັດກອງປະຊຸມໃນວັນທີ 13 ມີນາ, ຢູ່ ການາດາ, ເພື່ອປຶກສາຫາລືຫຼາຍບັນຫາທົ່ວໂລກສຳຄັນ. ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີສຳຄັນ, ສ້າງຂີດໝາຍການດຳເນີນບັນດາການປຶກສາຫາລືຢ່າງຮອບດ້ານຄືນໃໝ່ນັບແຕ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຮັບດຳລົງຕຳແໜ່ງອາຍຸການທີ 2.

leftcenterrightdel
ບັນຍາກາດທີ່ກອງປະຊຸມລັດຖະມົນຕີຕ່າງປະເທດ G7 ຢູ່ເກາະ Capri, ອີຕາລີ ໃນວັນທີ 18 ເມສາ 2024. ພາບ: AFP/ສໍານັກຂ່າວສານຫວຽດນາມ

ໃນວັນທີ 14 ມີນາ (ຕາມເວລາທ້ອງຖິ່ນ) ບັນດາລັດຖະມົນຕີການຕ່າງປະເທດຈະປຶກສາຫາລືກ່ຽວກັບອະນາຄົດຂອງ ຢູແກຼນ ແລະ ເອີລົບ, ມະຫາສະໝຸດອິນເດຍ - ປາຊີຟິກ, ຄວາມໝັ້ນຄົງທາງທະເລ ແລະບົດບາດຂອງ G7 ຢູ່ຕາເວັນອອກກາງ, ກໍ່ຄືການຮ່ວມມືເພື່ອສັນຕິພາບຢູ່ ອາຟະລິກາ. ບັນດາຝ່າຍກໍ່ພວມມຸ່ງໄປເຖິງເລື່ອງຍົກອອກຖະແຫຼງການຮ່ວມເນັ້ນໜັກເຖິງການສະໜັບສະໜູນຂອງ G7 ສຳລັບບັນດາຄວາມມານະພະຍາຍາມໂດຍ ອາເມລິກາ ນຳໜ້າ ເພື່ອຢຸດຕິການປະກັນຢູ່ ຢູແກຼນ ແລະ ຄຳໝັ້ນສັນຍາເພື່ອພາກພື້ນ ອິນເດຍ - ປາຊີຟິກ ເສລີ, ເປິດກວ້າງ ແລະປອດໄພ.

ແຫຼ່ງຄັດຈາກ: vovworld.vn