leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: REUTERS/ສໍານັກຂ່າວສານຫວຽດນາມ

ວັນທີ 8 ກັນຍາ, ກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຈະປະກາດອັດຕາພາສີໃໝ່ 25% ສຳລັບສິນຄ້າປະເພດເຫຼັກກ້າ ແລະອາລູມີນຽມ ທັງໝົດທີ່ນຳເຂົ້າຕະຫຼາດ ອາເມລິກາ ໃນວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ). ອັດຕາພາສີດັ່ງກ່າວຈະໄດ້ນຳໃຊ້ນອກຈາກອັດຕາພາສີທີ່ພວມປະກາດໃຊ້ສຳລັບເຫຼັກກ້າ. ທ່ານກໍ່ໃຫ້ຮູ້ວ່າ, ທ່ານຈະປະກາດລະດັບພາສີອາກອນ “ຕ່າງຝ່າຍຕ່າງມີຜົນປະໂຫຍດ” ໃນວັນທີ 11 ຫຼື 12 ກຸມພາ, ເຊິ່ງມີຜົນສັກສິດເກືອບຄືວ່າໃນທັນທີ.

ໃນອາຍຸການທຳອິດຂອງຕົນ, ທ່ານ Donald Trump ຈະຈັດວາງອັດຕາພາສີ 25% ສຳລັບເຫຼັກກ້າ ແລະ 10% ສຳລັບ ອາລູມີນຽມ, ແຕ່ຫຼັງຈາກນັ້ນທ່ານໄດ້ສະໜອງໂຄຕາຍົກເວັ້ນພາສີສຳລັບຄູ່ຄ້າຈຳນວນໜຶ່ງ, ຄື: ການາດາ, ເມັກຊີໂກ ແລະບຣາຊິນ.

ແຫຼ່ງຄັດຈາກ: vovworld.vn