ວັງ Kremlin ແລະທຳນຽບຂາວ ຍັງບໍ່ທັນຢັ້ງຢືນການໂອ້ລົມທາງໂທລະສັບລະຫວ່າງການນຳລັດເຊຍ ແລະອາເມລິກາ
ໂຄສົກວັງ Kremlin ທ່ານ Dmitry Peskov ຊີ້ແຈ້ງວ່າ, ທ່ານ “ບໍ່ສາມາດຢັ້ງຢືນກໍຄືປະຕິເສດ” ຂໍ້ມູນກ່ຽວກັບບັນດາການພົບປະລະຫວ່າງທ່ານປະທານາທິບໍດີ Vladimir Putin ແລະຄູ່ຕຳແໜ່ງ Donald Trump ກ່ຽວກັບບັນຫາ ຢູແກຼນ.
    |
 |
ພາບປະກອບ: THX/ສໍານັກຂ່າວສານຫວຽດນາມ |
ທັງວັງ Kremlin ແລະທຳນຽບຂາວ ລ້ວນແຕ່ຍັງບໍ່ທັນຢັ້ງຢືນຂໍ້ມູນທີ່ລົງພິມໃນໜັງສືພິມ The New York Post ສະບັບອອກວັນທີ 8 ກຸມພາ ຕໍ່ເລື່ອງ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອປຶກສາຫາລືເລື່ອງຢຸດຕິການປະທະກັນຢູ່ ຢູແກຼນ.
ໃນຖະແຫຼງການທີ່ສຳນັກໂດຍຂ່າວສານ TASS ລົງພິມໃນວັນທີ 09 ກຸມພາ, ໂຄສົກວັງ Kremlin ທ່ານ Dmitry Peskov ຊີ້ແຈ້ງວ່າ ທ່ານ “ບໍ່ສາມາດຢັ້ງຢືນກໍຄືປະຕິເສດ” ຂໍ້ມູນກ່ຽວກັບບັນດາການພົບປະລະຫວ່າງທ່ານປະທານາທິບໍດີ Vladimir Putin ແລະຄູ່ຕຳແໜ່ງ Donald Trump ກ່ຽວກັບບັນຫາ ຢູແກຼນ. ໃນຂະນະນັ້ນ, ທຳນຽບຂາວກໍ່ຍັງບໍ່ທັນໄດ້ຍົກອອກຄຳຄິດເຫັນໃດກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງການນຳ 2 ທ່ານ. ກ່ອນໜ້ານັ້ນ, ໜັງສືພິມ The New York Post (ອາເມລິກາ) ໄດ້ໃຫ້ຂ່າວວ່າ, ໃນການສຳພາດເມື່ອວັນທີ 7 ກຸມພາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ທ່ານໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin.
ໃນຊຸມອາທິດມໍ່ໆມານີ້, ທ່ານປະທານາທິບໍດີ Donald Trump ໄດ້ສະແດງໃຫ້ເຫັນເປັນຫຼາຍຄັ້ງວ່າ ພ້ອມແລ້ວທີ່ຈະປຶກສາຫາລືກັບຄູ່ຕຳແໜ່ງ ລັດເຊຍ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ຂອງ 2 ປະເທດລ້ວນແຕ່ຍັງບໍ່ທັນຍົກອອກຄຳຢັ້ງຢືນຢ່າງເປັນທາງການກ່ຽວກັບການພົບປະໃດໆລະຫວ່າງການນຳ 2 ທ່ານ.
ແຫຼ່ງຄັດຈາກ: vovworld.vn