ອິດສະຣາແອັນ ແລະ ຮາມາສ ແລກປ່ຽນຕົວປະກັນ/ນັກໂທດຄັ້ງທີ 3 ສຳເລັດ
ຕາມແຜນການ, ການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງຕໍ່ໄປຈະຈັດຂຶ້ນໃນວັນທີ 1 ກຸມພາ ຊຶ່ງມີຕົວປະກັນ ອິດສະຣາແອັນ 3 ຄົນຈະໄດ້ປ່ອຍຕົວເປັນອິດສະຫຼະ.
ໃນເວລາ 6 ໂມງຄ່ຳວັນທີ 30 ມັງກອນ, ຕາມເວລາທ້ອງຖິ່ນ, ອຳນາດການປົກຄອງ ອິດສະຣາແອນ ແລະກຳລັງ ຮາມາສ ຢູ່ເຂດ ກາຊາ ໄດ້ແລກປ່ຽນຕົວປະກັນ/ນັກໂທດຄັ້ງທີ 3 ສຳເລັດຕາມຄຳໝັ້ນສັນຍາໃນຂໍ້ຕົກລົງຢຸດຍິງທີ່ມີຜົນສັກສິດເມື່ອວັນທີ 19 ມັງກອນ.
ຕາມນັ້ນແລ້ວ, ອຳນາດການປົກຄອງ ອິດສະຣາແອນ ໄດ້ປ່ອຍຕົວໃຫ້ນັກໂທດປາແລັດສະຕິນ 110 ຄົນເປັນອິດສະຫຼະຊຶ່ງໄດ້ປ່ອຍຕົວຈາກຄຸກ Ofer ຢູ່ເຂດຕາເວັນຕົກແມ່ນ້ຳ ຈໍແດນ, ພາຍຫຼັງ 2, 3 ຊົ່ວໂມງທີ່ກຳລັງ ຮາມາສ ຢູ່ເຂດ ກາຊາ ໄດ້ສຳເລັດການປ່ອຍຕົວປະກັນຊາວ ອິດສະຣາແອັນ 3 ຄົນ ແລະຕົວປະກັນຊາວ ໄທ 5 ຄົນໃຫ້ແກ່ອົງການສະພາກາແດງສາກົນ.
ຕາມແຜນການ, ການແລກປ່ຽນຕົວປະກັນ ແລະນັກໂທດຄັ້ງຕໍ່ໄປຈະຈັດຂຶ້ນໃນວັນທີ 1 ກຸມພາ ຊຶ່ງມີຕົວປະກັນອິດສະຣາແອັນ 3 ຄົນຈະໄດ້ປ່ອຍຕົວເປັນອິດສະຫຼະ. ຖ້າການແລກປ່ຽນຕົວປະກັນຄັ້ງທີ 4 ໄດ້ດຳເນີນໄປດ້ວຍດີ, ວັນທີ 3 ກຸມພາ, ຊຶ່ງແມ່ນວັນທີ 16 ທີ່ໄດ້ປະຕິບັດຄຳສັ່ງຢຸດຍິງ, ຝ່າຍຕ່າງໆຈະດຳເນີນບັນດາການເຈລະຈາໂດຍທາງອ້ອມກ່ຽວກັບລາຍລະອຽດໃນໄລຍະທີ 2 ຂອງຄຳສັ່ງຢຸດຍິງ.
ແຫຼ່ງຄັດຈາກ: vovworld.vn