ທ່ານປະທານາທິບໍດີ Donald Trump ກ່າວເຕືອນຈະຈັດວາງພາສີສຳລັບ ຈີນ ແລະເມຊິກໂກ ນັບແຕ່ເດືອນກຸມພາ
ຕາມທ່ານປະທານາທິບໍດີ ອາເມລິກາ ແລ້ວ, ອັດຕາພາສີອາດຈະເພີ່ມຂຶ້ນຕາມເວລາ.
ວັນທີ 30 ມັງກອນ, ກ່າວຄຳເຫັນກັບວົງການສື່ມວນຊົນຢູທຳນຽບຂາວທີ່ນະຄອນຫຼວງ ວໍຊິງຕັນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານ ຈະປະຕິບັດແຜນການຈັດວາງພາສີນຳເຂົ້າດ້ວຍອັດຕາ 25% ສຳລັບຈີນ ແລະເມຊິກໂກ ນັບແຕ່ເດືອນກຸມພາ ທີ່ຈະມາເຖິງນີ້.
ເຫດຜົນຂອງການຈັດວາງພາສີໄດ້ຍົກອອກມານີ້ ລວມມີ: ກະແສຊາວອົບພະຍົບຢູ່ຊາຍແດນທາງທິດໃຕ້, ສານເສບຕິດ fentanyl ໄດ້ສົ່ງເຂົ້າ ອາເມລິກາ ແລະລະດັບຂາດດູນການຄ້າຫຼາຍລະຫວ່າງອາເມລິກາ ແລະບັນດາປະເທດນີ້. ຕາມທ່ານປະທານາທິບໍດີອາເມລິກາ ແລ້ວ, ອັດຕາພາສີອາດຈະເພີ່ມຂຶ້ນຕາມເວລາ.
ແຫຼ່ງຄັດຈາກ: vovworld.vn