leftcenterrightdel
ເດັກນ້ອຍ ຢູ່ເຂດ Rafah, ເຂດກາຊາ. ພາບປະກອບ: AFP

ຕາມອົງການການແພດຢູ່ ເຂດຊາກາແລ້ວ, ໃນຈຳນວນຜູ້ເສຍຊີວິດ 41.000 ຄົນ ຢູ່ເຂດດິນແດນແຄມທະເລ ເມດີເຕີເຣນຽນ ນັບແຕ່ເວລາເກີດການປະທະກັນລະຫວ່າງ ອິດສະລາແອັນ ແລະຂະບວນການອິດສະລາມ ຮາມາດສ ເມື່ອເດືອນຕຸລາ ປີ 2023, ມີຜູ້ປະສົບເຄາຮ້າຍແມ່ນເດັກນ້ອຍ ຢ່າງໜ້ອຍສຸດ 11.355 ຄົນ. ໂດຍຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Bragi Gudbrandsson, ຮອງປະທານຄະນະກຳມະການ ຖືວ່າ ຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ ອິດສະລາແອັນ ໄປຝືນກັບສົນທິສັນຍາ ສປຊ ກ່ຽວກັບສິດທິເດັກໃນປີ 1989, ເຊິ່ງອິດສະລາແອັນ ໃຫ້ສັດຕະຍາບັນໃນປີ 1991.

ກ່ອນໜ້ານັ້ນ, ໃນວາລະອະພິປາຍທີ່ໄດ້ດຳເນີນໃນລະຫວ່າງວັນທີ 3 – 4 ກັນຍາ, ຢູ່ເຊີແນວ (ປະເທດສະວິດ), ຄະນະກຳມະການສິດທິເດັກ ຂອງສປຊ ໄດ້ຮຽກຮ້ອງ ອິດສະລາແອັນ ສະໜອງການໜູນຊ່ວຍຢ່າງຮີບດ່ວນໃຫ້ແກ່ເດັກນ້ອຍນັບແສນຄົນ ທີ່ພວມຖືກບາດເຈັບ ແລະ ພິການ ຍ້ອນການປະທະກັນ, ກໍ່ຄືໜູນຊ່ວຍເດັກກຳພ້າ ແລະ ອະນຸຍາດໃຫ້ບັນດາອົງການຈັດຕັ້ງສາກົນ ຜັນຂະຫຍາຍການເຄື່ອນໄຫວຍົກຍ້າຍທາງການແພດອອກຈາກເຂດກາຊາຫຼາຍກ່ວາອີກ, ເພື່ອແນໃສ່ມີການປິ່ນປົວ ແລະ ກູ້ເອົາຊີວິດຄົນເຈັບທີ່ມີອາການສຸກເສີນຢ່າງທັນການ, ໃນນັ້ນມີເດັກນ້ອຍເປັນຈຳນວນຫຼາຍຄົນ.

ແຫຼ່ງຄັດຈາກ: vovworld.vn