ທີ່ກອງປະຊຸມຄົບຄະນະ, ກ່າວຄຳເຫັນຊົມເຊີຍບັນດາຜູ້ແທນເຂົ້າຮ່ວມ ແລະແຂກຖືກເຊີນ, ທ່ານ Vladimir Putin ປະທານາທິບໍດີລັດເຊຍ ຢືນຢັນວ່າ: ການເຂົ້າຮ່ວມຢ່າງຕັ້ງໜ້າຂອງແມ່ຍິງໃນປະຈຸບັນແມ່ນສຳຄັນທີ່ສຸດໃນວິວັດການສ້າງສາໂລກຫຼາຍຝ່າຍ, ຍຸຕິທຳ ແລະມີເສລີພາບຢ່າງແທ້ຈິງ. ທ່ານນາງ Valentina Matvienko ປະທານສະພາສູງ ສະຫະພັນລັດເຊຍ ເນັ້ນໜັກວ່າ, ໃນສະພາບການເມືອງຂອງໂລກສັບສົນຄືປະຈຸບັນ, ແມ່ຍິງຕ້ອງມີບົດບາດສຳຄັນໃນການສ້າງໂລກແຫ່ງຄວາມສະເໝີພາບ ແລະມະນຸດສະທຳ.

leftcenterrightdel
ທ່ານນາງຮອງປະທານປະເທດ ຫວໍ້ທິແອງຊວນ ເຂົ້າຮ່ວມເວທີປາໄສແມ່ຍິງອາຊີ - ເອີລົບ ຄັ້ງທີ 4 ດ້ວຍຮູບການບັນທຶກຄຳປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ, ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ເນັ້ນໜັກວ່າ: ເວທີປາໄສໄດ້ສົ່ງສານທີ່ເຂັ້ມແຂງກ່ຽວກັບບົດບາດຂອງແມ່ຍິງ, ບໍ່ພຽງແຕ່ໃນການພັດທະນາຂອງປະເທດເຮົາເທົ່ານັ້ນ, ຫາກຍັງມີຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງເຖິງສັນຕິພາບ, ການພັດທະນາແບບຍືນຍົງໃນພາກພື້ນ ແລະໃນໂລກ.

ທ່ານນາງຮອງປະທານປະເທດ ຢືນຢັນວ່າ: ໃນຊຸມປີຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ຖານະບົດບາດຂອງຫວຽດນາມ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງ, ໃນນັ້ນມີບັນດາຜົນງານໃນການຮັບປະກັນ ແລະປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍ, ມອບສິດໃຫ້ແມ່ຍິງ; ບົດບາດ ແລະຖານະບົດບາດຂອງແມ່ຍິງຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນທຸກຂົງເຂດຂອງຊີວິດສັງຄົມ, ເປັນຕົ້ນແມ່ນຂົງເຂດການເມືອງ, ເສດຖະກິດ… ຫວຽດນາມ ໃຫ້ຄໍາໝັ້ນສັນຍາສະໜັບສະໜູນການພັດທະນາຂອງແມ່ຍິງ, ສ້າງກາລະໂອກາດໃຫ້ແມ່ຍິງເຂົ້າເຖິງທ່າອ່ຽງທີ່ຕັ້ງໜ້າໃນຍຸກສະໄໝ ແລະປະກອບສ່ວນນັບມື້ນັບຫຼາຍກວ່າໃຫ້ແກ່ເປົ້າໝາຍອັນສູງສົ່ງ ເຊິ່ງສະຫະປະຊາຊາດ ໄດ້ວາງອອກ.

ໂດຍ: ຈາງຫງວຽນ