ໃນໄລຍະເຄື່ອນໄຫວຢູ່ ເຢຍລະມັນ, ທ່ານປະທານາທິບໍດີ ອາເມລິກາ ຈະປຶກສາຫາລືກັບການນຳປະເທດເຈົ້າພາບກ່ຽວກັບວິທີການເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍ ແລະສົມທົບກັນໃນບັນດາບຸລິມະສິດລວມ, ເຊັ່ນ: ປັບປຸງຄຳໝັ້ນສັນຍາຂອງ ອາເມລິກາ ແລະເຢຍລະມັນ ສຳລັບປະຊາທິປະໄຕ ແລະຕ້ານລັດທິລົບລ້າງຊາວຢິວ, ເພີ່ມທະວີການພົວພັນລະຫວ່າງປະຊາຊົນສອງປະເທດ ແລະຊຸກຍູ້ການຮ່ວມມືກ່ຽວກັບເສດຖະກິດ, ການຄ້າ ແລະເຕັກໂນໂລຢີ.

ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Joe Biden ຈະຢ້ຽມຢາມ ອັງໂກລາ ແຕ່ວັນທີ 13-15 ຕຸລາ. ການນຳສອງປະເທດຈະປຶກສາຫາລືສົມທົບກັນໃນບັນດາບຸລິມະສິດລວມທັງການປັບປຸງຄູ່ຮ່ວມມືເສດຖະກິດ, ເພີ່ມທະວີການເຄື່ອນໄຫວກ່ຽວກັບຄວາມໝັ້ນຄົງດ້ານດິນຟ້າອາກາດ ແລະຫັນປ່ຽນພະລັງງານສະອາດ ແລະປັບປຸງສັນຕິພາບ ແລະຄວາມໝັ້ນຄົງ.

ແຫຼ່ງຄັດຈາກ: vovworld.vn