leftcenterrightdel
ນັກເຕັກນິກ ກວດກາເຄື່ອງເສີມທາດ uranium ຢູ່ໂຮງງານແຫ່ງໜຶ່ງຂອງ ອີຣານ. ພາບ:  AFP

ວັນທີ 23 ກັນຍາ, ໃນ video ຕອນຫນຶ່ງທີ່ເອົາລົງສື່ສັງຄົມອອນລາຍ Telegram, ທ່ານ ລັດຖະມົນຕີການຕ່າງປະເທດອີຣານ Abbas Araqchi ຢັ້ງຢືນ: ເຕເຮຣານ ພ້ອມແລ້ວທີ່ຈະເລີ່ມການເຈລະຈາຮອບໃໝ່ກ່ຽວກັບ ນິວເຄຼຍ ຢູ່ ນອກກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ສະຫະລັດ ອາເມລິກາ, ຖ້າຫາກບັນດາຝ່າຍພ້ອມແລ້ວທີ່ຈະເຂົ້າຮ່ວມ.

ຜູ້ນຳໜ້າກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ທ່ານຈະຢູ່ ນິວຢອກຕື່ມອີກ 2-3 ມື້ ເມື່ອທຽບກັບແຜນການຂອງປະທານາທິບໍດີ ແລະຈະມີການພົບປະຄັ້ງຕ່າງໆກັບລັດຖະມົນຕີຫຼາຍປະເທດ, ສຸມໃສ່ມານະພະຍາຍາມການເຈລະຈາຮອບໃໝ່ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງ ນິວເຄຼຍໃນປີ 2015 ທີ່ໄດ້ລົງນາມລະຫວ່າງ ອີຣານ ແລະກຸ່ມ P5+1 ຫຼື ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ປະຈຸບັນ ບັນດາຝ່າຍ ໄດ້ມີການແລກປ່ຽນ ແລະ “ຖະແຫຼງການຮ່ວມ ກ່ຽວກັບຄວາມພ້ອມ” ທີ່ໄດ້ຍົກອອກມາ, ແຕ່ບັນດາເງື່ອນໄຂສາກົນປະຈຸບັນເຮັດໃຫ້ເລື່ອງເລີ່ມການເຈລະຈາຮອບໃໝ່ກາຍເປັນສັບສົນ ແລະຫຍຸ້ງຍາກວ່າກ່ອນນີ້.

ແຫຼ່ງຄັດຈາກ: vovworld.vn