ທ່ານປະທານາທາບໍດີ Joe Biden ໄດ້ແຈ້ງໃຫ້ຊາບກ່ຽວກັບການຕັດສິນໃຈເພີ່ມທະວີການໜູນຊ່ວຍດ້ານຄວາມໝັ້ນຄົງໃຫ້ແກ່ Kiev, ໃນຂະນະທີ່ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  ນຳສະເໜີແຜນການມຸ່ງໄປເຖິງການຢຸດຕິການປະທະກັນໃນປັດຈຸບັນ ລະຫວ່າງ ຢູແກຼນ ແລະລັດເຊຍ. ສອງຝ່າຍກໍ່ໄດ້ປຶກສາຫາລືບັນດາແງ່ມູມດ້ານການຕ່າງປະເທດ, ເສດຖະກິດ ແລະການທະຫານໃນແຜນການຂອງທ່ານປະທານາທິບໍດີ Zelensky, ມອບໃຫ້ບັນດາເຈົ້າໜ້າທີ່ສືບຕໍ່ແລກປ່ຽນກ່ຽວກັບບັນດາບາດກ້າວຕໍ່ໄປ.

ຄາດວ່າໃນວັນທີ 12 ຕຸລາ ຈະມາເຖິງ, ທ່ານປະທານາທິບໍດີ Joe Biden ຈະເປັນປະທານການພົບປະສຸດຍອດກຸ່ມພົບປະຢູແກຼນ ຢູ່ເຢຍລະມັນ, ຕາມນັ້ນແລ້ວ, ສອງຝ່າຍຈະສືບຕໍ່ແລກປ່ຽນບັນດາຄວາມຄືບໜ້າໃນການປຶກສາຫາລື ແລະສົມທົບກັບບັນດາຄູ່ຮ່ວມມືກ່ຽວກັບການໜູນຊ່ວຍເພີ່ມເຕີມໃຫ້ແກ່ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn