leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ແລະທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ. ພາບ: Reuters

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ໃຫ້ຮູ້ວ່າ ທ່ານໄດ້ເຕື້ອງເຖິງບັນດາການກະທຳອັນຕະລາຍ ແລະກໍ່ຄວາມຂາດສະຖຽນລະພາບຂອງ ຈີນ ຢູ່ທະເລຕາເວັນອອກ ແລະປຶກສາຫາລືການປັບປຸງການຕິດຕໍ່ພົວພັນລະຫວ່າງກອງທັບສອງປະເທດ. ສອງຝ່າຍກໍ່ໄດ້ປຶກສາຫາລືບັນດາມາດຕະການສະກັດກັ້ນການຂົນສົ່ງ Fentanyl ເຂົ້າອາເມລິກາ ກໍ່ຄືບັນດາຄວາມສ່ຽງຈາກປັນຍາບັນດິດ (AI).

ເຖິງຢ່າງໃດກໍຕາມ ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony ອາເມລິກາ ແລະຈີນ ໂດຍແມ່ນສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ມີຄວາຂັດແຍ້ງກັນຫຼາຍຢ່າງໃນນັ້ນມີການປະທະກັນຢູ່ ຢູແກຼນ ແລະເຂດກາຊາ, ອາເມລິກາ ໄດ້ຈຳກັດການສົ່ງອອກຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າໄປຍັງຈີນ. ການພົວພັນລະຫວ່າງສອງປະເທດຫຼຸດລົງໃນປີ 2023 ເມື່ອໜ່ວຍບາລູນຂອງ ຈີນ ບິນເຂົ້າດິນແດນຂອງອາເມລິກາ ແລະຖືກຍິງຕົກ. ເຖິງຢ່າງໃດກໍຕາມ, ສອງປະເທດຍັງຮັກສາບັນດາຊ່ອງທາງຕິດຕໍພົວພັນໃນຄວາມມະນະພະຍາຍາມຫຼີກລ້ຽງການຂັດແຍ້ງກັນຕົກເຂົ້າສູ່ສະພາບການເກີດປະທະກັນ.

ແຫຼ່ງຄັດຈາກ: vovworld.vn