leftcenterrightdel
ພາບປະກອບ: THX/TTXVN

ວັນທີ 22 ກັນຍາ, ກຳລັງ Hezbollah ຢູ່ລີບັງ ໄດ້ຖະແຫຼງວ່າ ກຳລັງນີ້ໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການຕໍ່ສູ້ກັນແບບບໍ່ເອົາປຽບກັນກັບອິດສະລາແອັນ. ທ່ານ Naim Qassem ຮອງຫົວໜ້າຝ່າຍ Hezbollah ກ່າວເຕືອນວ່າ Hezbollah ຈະປຸກລະດົມບັນດາເຫດບຸກໂຈມຕີທີ່ບໍ່ຄາດຄິດໄດ້ ໃນການຕໍ່ສູ້ຕ້ານອິດສະລາແອັນ. ສ່ວນຝ່າຍອິດສະລາແອັນ, ທ່ານ Herzi Halevi ເສນາທິການ ກຳລັງປ້ອງກັນຕົວ ອິດສະລາແອັນ (IDF), ກ່າວເຕືອນວ່າ ປະເທດນີ້ຈະສືບຕໍ່ດຳເນີນບັນດາເຫດບຸກໂຈມຕີເລັ່ງໃສ່ ລີບັງ ເພື່ອເຮັດໃຫ້ກຳລັງຕໍ່ສູ້ຂອງ Hezbollah ອ່ອນລົງ. ທ່ານ Halevi ຖະແຫຼງວ່າ IDF ຍັງມີຄວາມສາມາດຫຼາຍຢ່າງທີ່ຍັງບໍ່ທັນນຳໃຊ້ ແລະກຳລັງນີ້ໄດ້ກຽມພ້ອມຢູ່ລະດັບສູງ, ນັບທັງແງ່ມູມຕໍ່ສູ້ ແລະປ້ອງກັນ. ໃນຕົວຈິງແລ້ວ, ຕອນຄ່ຳວັນທີ 22 ກັນຍາ, ກອງທັບ ອິດສະລາແອັນ ສືບຕໍ່ເປີດຫຼາຍການບຸກໂຈມຕີທາງອາກາດ ເລັ່ງໃສ່ບັນດາເປົ້າໝາຍ Hezbollah ຢູ່ທາງທິດໃຕ້ ລີບັງ. ກ່ອນໜ້ານັ້ນ, ໃນຕອນເຊົ້າ ແລະ ຕອນບ່າຍວັນທີ 22 ກັນຍາ, IDF ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍຂອງ Hezbollah ຢູ່ທາງທິດໃຕ້ລີບັງ, ເຊິ່ງທຳລາຍລູກສອນໄຟນັບຮ້ອຍລູກພ້ອມກັບຊັບສິນຫຼາຍປະເພດຂອງ Hezbollah. ກະຊວງສາທາລະນະສຸກລີບັງປະກາດວ່າມີ ຜູ້ເສຍຊີວິດ 3 ຄົນ ແລະ 6 ຄົນຖືກບາດເຈັບ ໃນການບຸກໂຈມຕີທາງອາກາດຂອງອິດສະລາແອັນ.

ແຫຼ່ງຄັດຈາກ: vovworld.vn