leftcenterrightdel
ໃນໂລກ ຍັງມີລູກປືນນິວເຄຼຍປະມານ 12.100 ລູກ. ພາບ: Sputnik/ສໍານັກຂ່າວສານຫວຽດນາມ

ຕາມຕົວເລກຂອງສະຖາບັນຄົ້ນຄວ້າສັນຕິພາບສາກົນ Stockholm (SIPRI), ປັດຈຸບັນ, ໃນໂລກຍັງມີລູກປືນນິວເຄຼຍປະມານ 12.100 ລູກ. ປະຊາຊົນກວ່າເຄິ່ງໜຶ່ງໃນໂລກຍັງດຳລົງຊີວິດຢູ່ບັນດາປະເທດທີ່ຖືກຳມະສິດອາວຸດນິວເຄຼຍ ຫຼື ເປັນສະມາຊິກຂອງບັນດາບັນຫາສຳພັນທະມິດນິວເຄຼຍ. ເຖິງວ່າຈຳນວນອາວຸດນິວຄຼຍ ໄດ້ຮັບການຜັນຂະຫຍາຍແມ່ນຫຼຸດລົງຫຼາຍພໍສົມຄວນເມື່ອທຽບໃສ່ໄລຍະຈຸດສູງຂອງສົງຄາມເຢັນ, ແຕ່ຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຫຼຸດຜ່ອນອາວຸດນິວເຄຼຍລະຫວ່າງບັນດາປະເທດຖືກຳມະສິດນັ້ນ ເກືອບຄືວ່າຍັງບໍ່ມີຄວາມຄືບໜ້າເທື່ອ. ນອກຈາກນັ້ນ, ປັດຈຸບັນບໍ່ມີການເຈລະຈາໃດກ່ຽວກັບການລົບລ້າງອາວຸດນິວເຄຼຍພວມໄດ້ດຳເນີນ.

ໃນຖະແຫຼງການຮ່ວມພາຍຫຼັງກອງປະຊຸມສະມັດຊາໃຫຍ່ ສປຊ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ໄດ້ເນັ້ນໜັກວ່າ ສົນທິສັນຍາຫຼຸດຜ່ອນວັດສະດຸ FMCT ຈະປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການລົບລ້າງອາວຸດນິວເຄຼຍ ແລະບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ. ທ່ານນາຍົກລັດຖະມົນຕີ ຍີ່ປ່ນຸ ຖືວ່າ ຕ້ອງມີເຈດຈຳນົງທາງການເມືອງຢ່າງແຮງເພື່ອເລີ່ມດຳເນີນບັນດາການເຈລະຈາ FMCT.

ແຫຼ່ງຄັດຈາກ: vovworld.vn