ຕາມນັ້ນແລ້ວ, ທ່ານ Philemon Yang ຈະເປັນປະທານຄົນຕໍ່ໄປໃນກອງປະຊຸມຄັ້ງທີ 79 ຂອງສະມັດຊາໃຫຍ່ ສປຊ, ເລີ່ມແຕ່ເດືອນກັນຍາ. ທ່ານ Philemon Yang ເຄີຍດຳລົງຕຳແໜ່ງເປັນປະທານຄະນະກຳມະການບັນດາຜູ້ຄົນດີເດັ່ນ ອາບຟຼິກກາ ຂອງ ສະຫະພາບ ອາບຟຼິກກາ, ທ່ານໄດ້ຮັບການຕີລາຄາວ່າແມ່ນຜູ້ຄົນໄດ້ອຸທິດສ່ວນຈົດສຸດຄວາມສາມາດຂອງຕົນ ໃຫ້ແກ່ບັນດາຫຼັກການສັນຕິພາບ, ການພັດທະນາແບບຍືນຍົງ ແລະກຽດສັກສິດຂອງມະນຸດ.

leftcenterrightdel
ທ່ານ Philemon Yang. ພາບ:  news.un.org 

ແລະກໍ່ໃນວັນດຽວກັນ, ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດເລືອກຕັ້ງ  5 ປະເທດກຳມະການບໍ່ຖາວອນໃໝ່ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍອາຍຸການ 2 ປີ. ຕາມໝາກຜົນຂອງການປ່ອນບັດແລ້ວ, 5 ປະເທດກຳມະການບໍ່ຖາວອນໃໝ່ລວມມີ: ປາກິດສະຖານ, ໂຊມາລີ, ປານາມາ, ແດນມາກ ແລະເກຼັກ. ບັນດາປະເທດກຳມະການນີ້ ຈະເລີ່ມອາຍຸການ 2 ປີແຕ່ວັນທີ 1 ມັງກອນ ປີ 2025 ແທນໃຫ້ ຍີ່ປຸ່ນ, ໂມຊຳບິກ, ເອວາໂດ, ມານຕາ ແລະ ສະວິດ.

ແຫຼ່ງຄັດຈາກ: vovworld.vn