leftcenterrightdel
ລັດຖະມົນຕີກະຊວງກິດຈະກຳສາທາລະນະ ແລະເຄຫາ ອິນໂດເນເຊຍ ໄດ້ມອບທຸງຂອງສະພານ້ຳໂລກໃຫ້ ອະຣັບບິ ຊາອຸດິ, ປະເທດເຈົ້າພາບເວທີປາໄສນ້ຳໂລກ ຄັ້ງທີ 11. ພາບ: ANTARA/republika.co.id

ເວທີປາໄສຄັ້ງນີ້ມີການເຂົ້າຮ່ວມຂອງຜູ້ແທນປະມານ 50.000 ຄົນທີ່ມາຈາກທຸກປະເທດໃນໂລກ. ອີກເທື່ອໜຶ່ງ, ເວທີປາໄສປີນີ້ໄດ້ຢັ້ງຢືນຄວາມສຳຄັນຂອງການເພີ່ມທະວີກຳລັງແຮງສັງລວມ ແລະການຮ່ວມມືລະຫວ່າງບັນດາຝ່າຍກ່ຽວຂ້ອງເພື່ອແນໃສ່ຮັບມືກັບບັນດາບັນຫາກ່ຽວກັບນ້ຳກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ.

ເວທີປາໄສນ້ຳໂລກ ຄັ້ງທີ 10 ຢູ່ບາລີ ແມ່ນເທື່ອທຳອິດໃນປະຫວັດສາດ (ນັບແຕ່ເວລາເລີ່ມໄດ້ຈັດຕັ້ງໃນປີ 1997 ຢູ່ Morroco) ໄດ້ຍົກອອກຖະແຫຼງການຂັ້ນລັດຖະມົນຕີ ເຊິ່ງລວມມີ 16 ຂໍ້. ປະກາດໃຊ້ພ້ອມກັບຖະແຫຼງການຂອງລັດຖະມົນຕີ ແມ່ນບົດສະຫຼຸບ 113 ໂຄງການມີມູນຄ່າ 9,4 ຕື້ໂດລາສະຫະລັດ ຄາດວ່າຈະໄດ້ປະກົດຜົນເປັນຈິງເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດ.

ແຫຼ່ງຄັດຈາກ vovworld.vn