leftcenterrightdel
ທ່ານ ນາຍົກລັດຖະມົນຕີ Rishi Sunak. ພາບ: ສໍານັກຂ່າວສານຫວຽດນາມ

ຕອນບ່າຍວັນທີ 22 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ Rishi Sunak ໄດ້ປະກາດວ່າ ອັງກິດ ຈະຈັດການເລືອກຕັ້ງທົ່ວປະເທດໃນວັນທີ 4 ກໍລະກົດຈະມາເຖິງ. ທ່ານນາຍົກລັດຖະມົນຕີ Sunak ຢັ້ງຢືນວ່າ: ປະຈຸບັນແມ່ນຈຸດເວລາເພື່ອໃຫ້ ອັງກິດ ສ້າງອະນາຄົດຂອງຕົນ. ຖະແຫຼງການຂອງທ່ານ Sunak ໄດ້ຍົກອອກມາໃນຂະນະທີ່ໝາກຜົນຂອງບັນດາການຢັ່ງຫາງສຽງຮັບຮູ້ພັກສາທາລະນະຝ່າຍຄ້ານພວມນຳໜ້າຕໍ່ພັກນິຍົມຮັກສາເດີມກຳອຳນາດປະມານ 20%. ພັກນິຍົມຮັກສາເດີມກໍ່ມີໄພເສຍບັດສະໜັບສະໜູນຕໍ່ພັກປະຊາທິປະໄຕເສລີ ແລະພັກປະຕິຮູບປະເທດອັງກິດ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ Sunak ຫວັງວ່າ: ບັນດາຂ່າວດີກ່ຽວກັບຂົງເຂດເສດຖະກິດໄລຍະມໍ່ໆມານີ້ຈະສ້າງທ່ວງທ່າໃຫ້ແກ່ພັກກຳອຳນາດໃນການເລືອກຕັ້ງທົ່ວປະເທດ.

ຕົວເລກໃນເດືອນນີ້ໄດ້ສະແດງໃຫ້ເຫັນວ່າ ປະເທດ ອັງກິດ ໄດ້ຫລຸດພົ້ນອອກຈາກສະພາບການຊຸດໂຊມດ້ານເຕັກນິກໃນປີ 2023 ດ້ວຍລະດັບການເຕີບໂຕໄວທີ່ສຸດນັບແຕ່ປີ 2021. ໄພເງິນເຟີ້ໃນເດືອນ ເມສາ ຫລຸດລົງຢ່າງແຮງລົງລະດັບ 2,3%, ຈາກລະດັບສູງສຸດແມ່ນ 11%.

ແຫຼ່ງຄັດຈາກ: vovworld.vn