leftcenterrightdel
ທ່າກຳປັ່ນ Long Beach ຢູ່ California, ອາເມລິກາ. ພາບ: AFP/ສໍານັກຂ່າວສານຫວຽດນາມ

ລະອຽດ, ອັດຕາພາສີນຳເຂົ້າສຳລັບລົດໄຟຟ້າຈີນ ໄດ້ເພີ່ມຂຶ້ນທົບ 4 ເທົ່າ, ຈາກ 25% ໃນເບື້ອງຕົ້ນຂຶ້ນເປັນ 100%; ພາສີແປັກເຕີຣີ lithium ສຳລັບລົດໄຟຟ້າຈາກ 7,5% ຂຶ້ນເປັນ 25%; ອັດຕາພາສີສຳລັບບາງຜະລິດຕະພັນຈາກອາລູມີນຽມ, ເຫຼັກກ້າ ເພີ່ມຂຶ້ນ 25%. ໂດຍລວມແລ້ວ, ເລື່ອງເພີ່ມອັດຕາພາສີສຳລັບສິນຄ້າທີ່ນຳເຂົ້າຈາກ ຈີນ ມີມູນຄ່າທັງໝົດ 18 ຕື້ໂດລາສະຫະລັດ. ພ້ອມດຽວກັນນັ້ນ, ອຳນາດການປົກຄອງຂອງທ່ານ Joe Biden ຍັງຮັກສາອັດຕາພາສີສຳລັບໝວດສິນຄ້າທີ່ມີມູນຄ່າ 300 ຕື້ໂດລາສະຫະລັດ ເຊິ່ງໄດ້ຍົກອອກມາແຕ່ສະໄໝຂອງທ່ານອະດີດປະທານາທິບໍດີ Donald Trump (2016-2020). ອຳນາດການປົກຄອງອາເມລິກາ ໃຫ້ຮູ້ວ່າ ການຕັດສິນເພີ່ມອັດຕາພາສີນີ້ເພື່ອແນໃສ່ປົກປ້ອງຕະຫຼາດພາຍໃນ ແລະຜູ້ຜະລິດ ອາເມລິກາ ຕໍ່ບັນດາຜະລິດຕະພັນເຊິ່ງ ອາເມລິກາ ຖືວ່າ “ແກ້ງແຍ້ງບໍ່ຍຸຕິທຳ” ຈາກ ຈີນ.

ແຫຼ່ງຄັດຈາກ vovworld.vn