ບັນດາຈຸດວັດທະນະທຳທີ່ຫຼາກຫຼາຍສີສັນ ແລະ ເປັນເອກະລັກຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ແຜ່ກະຈາຍໃນເຫດການສັບປະດາ ອາຊຽນ ເຊິ່ງພວມດຳເນີນຢູ່ສຳນັກງານສະພາຕ່ຳເມກຊີໂກ. ໂດຍໄດ້ດຳເນີນແຕ່ວັນທີ 15 – 19 ເມສາ, ເຫດການດັ່ງກ່າວນອນໃນລະບົບການເຄື່ອນໄຫວພົວພັນຕ່າງປະເທດຂອງຄະນະກຳມະການ ອາຊຽນ ປະຈຳ ເມກຊີໂກ (ACMC) ເວົ້າລວມ ແລະ ອົງການນິຕິບັນຍັດ ເມກຊີໂກ ເວົ້າສະເພາະ.

leftcenterrightdel
ສັບປະດາ ອາຊຽນ ຈັດຂຶ້ນຢູ່ສຳນັກງານສະພາຕ່ຳ ເມກຊີໂກ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນຢູ່ເຫດການທີ່ດຶງດູດສະມາຊິກສະພາຕ່ຳ ພ້ອມດ້ວຍບັນດາຄະນະທຸຕານຸທູດເປັນຈຳນວນຫຼາຍນັ້ນ, ທ່ານປະທານສະພາຕ່ຳ Marcela Guerra Castillo ຕີລາຄາສູງຄວາມມານະພະຍາຍາມຂອງ ACMC ໃນການສົມທົບຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍນີ້, ຖືນີ້ແມ່ນການພະຍານຫຼັກຖານແກ່ການພົວພັນທີ່ນັບມື້ນັບສະໜິດສະໜົມລະຫວ່າງ ເມກຊີໂກ ແລະ ອາຊຽນ.

ສັບປະດາ ອາຊຽນ ຢູ່ສະພາຕ່ຳ ເມກຊີໂກ ລວມມີຫຼາຍກິດຈະກຳໂຄສະນາຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກຂອງບັນດາປະເທດສະມາຊິກ ອາຊຽນ ເຊັ່ນລາຍການສະແດງສິລະປະພື້ນເມືອງ, ອາຫານພື້ນເມືອງ ແລະ ງານວາງສະແດງຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ.

ໂດຍ: ກວຽດເຕິມ